ເມື່ອບໍ່ດົນມານີ້, ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຕິດຕາມຄະນະຂອງທ່ານ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາ ຊາດ ສະໄໝທີ 79 ແລະ ໄດ້ເຂົ້າກອງປະຊຸມປິ່ນອ້ອມຕ່າງໆ ທີ່ອົງການສະຫະປະຊາຊາດ ນິວຢອກ, ສ ອາເມລິກາ.
ການເຂົ້າຮ່ວມກອງປະຊຸມ ລະດັບສູງ ຂອງສະມັດຊາໃຫຍ່ ວ່າດ້ວຍການແກ້ໄຂໄພຂົ່ມຂູ່ ທີ່ເກີດຈາກການເພີ່ມຂຶ້ນຂອງລະດັບນໍ້າທະເລ ທ່ານ ລັດຖະມົນຕີ ກຊສ ໄດ້ປະກອບຄໍາເຫັນໃນພາກເວທີສົນທະນາລະດັບສູງ ຫົວຂໍ້ປິ່ນອ້ອມຫຼາຍຝ່າຍ ດ້ານການປັບຕົວ, ການເງິນ ແລະ ຄວາມທົນທານ ເພື່ອຮັບມືກັບການເພີ່ມຂຶ້ນຂອງລະດັບນ້ຳທະເລ, ເຊິ່ງໄດ້ສະເໜີທັດສະນະ ຂອງ ສປປ ລາວ ແມ່ນຢືນຢັນ ໃນການຮ່ວມມືກັບປະຊາຄົມໂລກ ເພື່ອແກ້ໄຂບັນຫາການປ່່ຽນແປງດິນຟ້າອາກາດ ໂດຍຖືເອົາວຽກງານ ການລົງທຶນໃສ່ວຽກງານຕ່າງໆເພື່ອສ້າງຄວາມທົນທານ ແລະ ການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟາອາກາດ ເປັນປັດໄຈສຳຄັນໃນການແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ຮຽກຮ້ອງໃຫ້ ບັນດາອົງການຈັດຕັ້ງສາກົນ ເພີ່ມການສະໜັບສະໜູນທາງດ້ານທຶນຮອນ ແກ່ບັນດາປະເທດກຳລັງພັດທະນາ ແລະ ສ້າງເງື່ອນໄຂໃຫ້ເຂົ້າເຈົ້າໄດ້ເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ແລະ ໄວຂຶ້ນ ເພື່ອໃຫ້ເຂົາເຈົ້າມີຄວາມທົນທານຫຼາຍຂຶ້ນ ໂດຍສະເພາະແມ່ນ ກຸ່ມປະເທດບອບບາງ ທີ່ຕ້ອງການທຶນຮອນໃນການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ.
ໃນໄລຍະດັ່ງກ່າວ, ທ່ານ ລັດຖະມົນຕີ ກຊສ ຍັງໄດ້ເຂົ້າຮ່ວມ ແລະ ປະກອບຄໍາເຫັນ ໃນກອງປະຊຸມລະດັບສູງການຈັດຕັ້ງປະຕິບັດ ຄາດໝາຍ 1,5 ອົງສາ ແລະ ກອງປະ ຊຸມລະດັບສູງ ວ່າດ້ວຍການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເຊິ່ງຈັດຮ່ວມກັນ ໂດຍການປະທານຮ່ວມຂອງປະທານ COP26, COP27 ແລະ COP28; ກອງປະຊຸມກະກຽມ COP29 ໂດຍການເປັນປະທານ ຂອງທ່ານ Mukhtar Babayev ລັດຖະມົນຕີກະຊວງນິເວດ ແລະ ຊັບພະຍາກອນທໍາມະຊາດ ປະເທດ ອາແຊັກບາຍຊານ ປະທານ COP29 ເພື່ອກໍານົດທິດທາງ,ເນື້ອໃນ ທີ່ຈະນໍາໄປປຶກສາຫາລືກັນ ໃນກອງປະຊຸມ COP29 ທີ່ຈະຈັດຂຶ້ນ ຢູ່ເມືອງບາກູ, ປະເທດອາແຊກບາຍຊານ ໃນກາງເດືອນພະຈິກ 2024ນີ້.
ນອກນີ້, ທ່ານລັດຖະມົນຕີ ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມກ່ຽວກັບການປົກປັກຮັກສາ ແລະ ຟື້ນຟູແມ່ນ້ຳໃນທົ່ວໂລກ ຕາມການເຊື້ອເຊີນ ຂອງປະເທດ ສະຫະ ລັດອາຣັບ ເອມີເຣດ ແລະ ອົງການ Clean River ເຊິ່ງເປັນກອງປະຊຸມແລກປ່ຽນ ລະຫວ່າງ ພາກລັດຖະບານ, ອົງການຈັດຕັ້ງສາກົນ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະ ບານ(NGO) ກ່ຽວກັບບົດຮຽນ, ແນວທາງ, ນະວັດຕະກຳ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການປົກປັກຮັກສາ ແລະ ຟື້ນຟູ ລະບົບນິເວດແມ່ນໍ້າໃນໂລກ ແລະ ຊີວະນາໆພັນ, ໂດຍສະເພາະ ການແກ້ໄຂບັນຫາ ມົນລະພິດ ທີ່ເກີດຈາກປາລາສະຕິກ, ແລະ ການມີສ່ວນຮ່ວມຂອງພາກເອກະຊົນ.
ທ່ານ ລັດຖະມົນຕີ ກຊສ ຍັງໄດ້ພົບປະ ກັບທ່ານ ນາງ Kanni Wignaraja, ຜູ້ຊ່ວຍເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຜູ້ຊ່ວຍອຳນວຍການໃຫຍ່ ອົງການສະຫະປະຊາຊາດເພື່ອການພັດທະນາ, ຫົວໜ້າອົງການ ສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ພາກພື້ນອາຊີ ແລະ ປາຊີຟິກ ເພື່ອແລກປຽນກ່ຽວ ກັບ ທິດທາງການຮ່ວມມື ໃນຕໍ່ໜ້າ ໂດຍສະເພາະ ການຈັດຕັ້ງປະຕິບັດຄາດໝາຍ NDC ກ່ຽວກັບການປ່ຽນແປງດິນຟ້າອາກາດ, ການປ້ອງກັນ ແລະ ແຈ້ງເຕືອນລ່ວງ ໜ້າໄພພິບັດ, ຄົ້ນຄວ້າກົນໄກການເງິນ ເພື່ອນໍາໃຊ້ ໃນການຟື້ນຟູ ແລະ ບັນເທົາຜົນກະທົບ, ການຈັດຕັ້ງປະຕິບັດ ເສດຖະກິດໝູນວຽນ ທີ່ ສປປລາວ ໄດ້ມີການສຶກສາມາແລ້ວ ແລະ ການຮ່ວມມື ໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານແຫ່ງຊາດ ກ່ຽວກັບປຣາສະຕິກ.
ຂ່າວ: ເກດສະໜາ ວິໄລສານ






