ໃນຕອນບ່າຍຂອງ ວັນທີ 19 ມັງກອນນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ກາວ ກິມ ຮູນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ໃນໂອກາດທີ່ທັງສອງທ່ານເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ ລັງກາວີ, ປະເທດມາເລເຊຍ ໃນລະຫວ່າງວັນທີ 18-19 ມັງກອນ 2025.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຕໍ່ເລຂາທິການໃຫຍ່ອາຊຽນ ແລະ ພະນັກງານກອງເລຂາອາຊຽນ ທີ່ໄດ້ໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ການສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມນັ້ນ, ທ່ານເລຂາທິການໃຫຍ່ອາຊຽນ ໄດ້ແຈ້ງໃຫ້ຊາບ ຄວາມຄືບໜ້າການສ້າງປະຊາຄົມອາຊຽນ ໂດຍສະເພາະແມ່ນການຈັດຕັ້ງປະຕິ ບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນທີ່ກໍາລັງຈະໝົດວາລະ ໃນປີ 2025 ນີ້, ລວມທັງແຈ້ງໃຫ້ຊາບຄວາມຄືບໜ້າໃນການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045.
ໃນມື້ດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ສຸກິໂອໂນ (Mr. Sugiono) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ.
ສອງຝ່າຍ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງຕົນໃນການ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 30 ສິງຫາ 1957.
ການພົວພັນ ແລະ ການຮ່ວມມືຂອງສອງປະເທດໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ພິເສດ ແມ່ນການເຂົ້າຮ່ວມພິທີສານບານຕົນຮັບຕຳແໜ່ງ ປະທານາທິບໍດີ ແລະ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ຄົນໃໝ່ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 20 ຕຸລາ 2024 ທີ່ຜ່ານມາ.
ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ພັດທະ ນາການຮ່ວມມືດ້ານເສດຖະກິດຂອງສອງປະເທດທີ່ມີທ່າແຮງບົ່ມຊ້ອນ ກໍຄືການຄ້າສອງຝ່າຍ ແລະ ການລົງທຶນ, ໂດຍສະເພາະ ການທ່ອງທ່ຽວ, ກະສິກຳ, ອຸດສາຫະກຳ,ການບໍລິການ ແລະອື່ນໆ. ນອກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການ ຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 6 (JCBC-6) ຊຶ່ງຝ່າຍລາວຈະເປັນເຈົ້າພາບ ພາຍໃນປີ 2025 ໃນເວລາທີ່ສອງຝ່າຍມີຄວາມສະດວກ ຊຶ່ງແມ່ນກົນໄກທີ່ສຳຄັນໃນການຕິດຕາມ ແລະ ຊຸກຍູ້ການຮ່ວມມືຂອງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວໃໝ່.
(ຂ່າວ-ພາບ: ກຕທ)




