ລອດຊີວິດ2 ຄົນ ຈາກເຮືອບິນໂດຍສານຢູ່ ສ.ເກົາຫລີ ເກີດອຸບັດເຫດ

ສຳນັກຂ່າວຢອນຮັບຂອງ ສ.ເກົາຫລີ ລາຍງານວ່າ: ວັນທີ 29 ທັນວາ 2024, ເກີດອຸບັດເຫດເຮືອບິນໂດຍສານ ເຊຈູແອຣ ເສຍຫລັກ ແລ່ນອອກນອກເສັ້ນທາງແລ່ນ ທີ່ສະໜາມບິນທາງພາກໃຕ້ ຂອງ ສ.ເກົາຫລີ ເຮັດໃຫ້ມີຜູ້ເສຍຊີວິດ 179 ຄົນ ແລະ ບາດເຈັບ 2 ຄົນ, ຈາກຈຳນວນຜູ້ໂດຍສານ ແລະ ຈຸບິນ ລວມທັງໝົດ 181 ຄົນ.
ເຮືອບິນໂດຍສານຂອງ ເຊຈູແອຣ ຖ້ຽວບິນ 7 ຊີ 2216 ໃຊ້ເຮືອບິນໂບອີ້ງ 737-800 ເດີນທາງຈາກສະໜາມບິນສາກົນສຸວັນນະພູມຂອງໄທ ໄດ້ເສຍຫລັກແລ່ນອອກນອກທາງແລ່ນແລ້ວຕຳໃສ່ຮົ້ວກັ້ນທີ່ສະໜາມບິນສາກົນມູອັນທີ່ຢູ່ພາກໃຕ້ ຂອງ ສ.ເກົາຫລີ.
ສຳລັບການສືບສວນສອບສວນ ໃນເບື້ອງຕົ້ນພົບວ່າ: ເຮືອບິນລຳດັ່ງກ່າວ ປະສົບບັນຫາຖານລໍ້ລົງຈອດຂັດຂ້ອງ ເຮັດໃຫ້ຄວາມພະຍາຍາມລົງຈອດບໍ່ສຳເລັດ. ຢ່າງໃດກໍ່ຕາມ ເມື່ອລົງຈອດຄັ້ງທີສອງນັກບິນບໍ່ສາມາດຫລຸດຜ່ອນຄວາມໄວຂອງເຮືອບິນໄດ້ ເຮັດໃຫ້ເຮືອບິນແລ່ນໄປຈົນເຖິງທ້າຍທາງແລ່ນແລະ ຕຳເຂົ້າກັບໂຄງສ້າງທີ່ເປັນຮົ້ວກັ້ນສ້າງຄວາມເສຍຫາຍຢ່າງໜັກໃຫ້ກັບເຮືອບິນ ແລະ ສົ່ງຜົນໃຫ້ເກີດໄຟລຸກໄໝ້ເຮືອບິນໝົດລຳ.





