ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈັດສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ) ພາຍໃຕ້ການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຮອງຫົວໜ້າອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍມີຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ ແລະ ພະນັກງານຫລັກແຫລ່ງ ໃນຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອລະດົມຄໍາຄິດຄໍາເຫັນ ຈາກພາກສ່ວນຕ່າງໆປະກອບເຂົ້າໃນການກໍານົດ ແນວທາງການເມືອງຂອງພັກ ແນໃສ່ເຮັດໃຫ້ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ ທັງສ່ອງແສງໄດ້ສະຕິປັນຍາລວມໝູ່ ແລະ ເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກ ຢ່າງກວ້າງຂວາງ; ສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ຄວາມເປັນເອກະພາບທາງດ້ານທັດສະນະ ແຕ່ຫົວທີ ຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ນໍາໄປປັບປຸງການກະກຽມເນື້ອໃນລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວ ໄປລວງດຽວກັນ ກັບຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ຕໍ່ເອກະສານດັ່ງກ່າວ ຢ່າງສ້າງສັນ, ກົງໄປກົງມາ, ມີປະຊາທິປະໄຕ ແລະ ມີການເບິ່ງບັນຫາ ກໍຄື ຕີລາຄາບັນຫາຕ່າງໆ ຢ່າງຈະແຈ້ງ-ຊັດເຈນ ແລະ ແທດກັບຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ ໂດຍລົງເລິກບັນຫາທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ໃນຂົງເຂດວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ ໃນຊຸມປີຕໍ່ໜ້າ.
ພາບ: ຂັນໄຊ




