ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ

Apr 25, 2025

ກອງ​ປະຊຸມ​ສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ (ຂົງເຂດວັດທະນະທໍາ-ສັງຄົມ) ໄດ້ຈັດຂຶ້ນ ໃນວັນທີ 24 ເມສາ 2025 ທີ່ຫ້ອງປະຊຸມ ສໍານັກງານຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານ ຂອງສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກຮອງຫົວໜ້າອະນຸກຳມະການເນື້ອໃນ, ຜູ້ປະຈຳການ, ຮັບຜິດຊອບຊີ້ນຳຮ່າງລາຍງານການເມືອງ ແລະ ກຳກັບວຽກງານກອງເລຂາ ຄັ້ງທີ XII ຂອງພັກ; ມີ ບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ, ຜູ້ຊົງຄຸນວຸດທິ, ນັກວິທະຍາສາດ ແລະ ພະນັກງານຫຼັກແຫຼ່ງ ໃນຂົງເຂດວັດທະນະທໍາ-ສັງຄົມ ເຂົ້າຮ່ວມ.
ກອງ​ປະຊຸມ​ສໍາມະນາຄັ້ງນີ້ ຈັດຂຶ້ນເພື່ອລະດົມຄວາມຄິດຄວາມເຫັນຂອງບັນດາການນຳ, ພະນັກງານຫຼັກແຫຼ່ງ, ນັກວິທະຍາສາດ ເພື່ອສືບຕໍ່ປັບປຸງຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ໃນຂົງເຂດວັດທະນະທໍາ-ສັງຄົມ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ ທັງສ່ອງແສງໄດ້ສະຕິປັນຍາລວມໝູ່ ແລະ ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ຢ່າງກວ້າງຂວາງ; ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບທາງດ້ານທັດສະນະແຕ່ຫົວທີ ຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ກອງປະຊຸມໄດ້ຮັບຟັງຄະນະຮັບຜິດຊອບ ສະເໜີໂດຍຫຍໍ້ ການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂົງເຂດວັດທະນະທໍາ-ສັງຄົມ, ໂດຍຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງກໍານົດບັນດາເນື້ອໃນ ທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ໃນຂົງເຂດວັດທະນະທໍາ-ສັງຄົມ ໃນຊຸມປີຕໍ່ໜ້າ; ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນ ຕໍ່ເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ມີການເບິ່ງບັນຫາ, ຕີລາຄາບັນຫາຕ່າງໆຢ່າງມີຈຸດສຸມ, ຊັດເຈນ ແລະ ແທດກັບຕົວຈິງ ທີ່ເປັນພື້ນຖານໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປຄົ້ນຄວ້າ, ປັບປຸງຮ່າງລາຍງານການເມືອງ ໃນຂົງເຂດວັດທະນະທໍາ-ສັງຄົມ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.
ຂ່າວ-ພາບ: ແສງຈັນ