ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ເປັນປະທານກອງປະຊຸມປະເມີນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ ຈັດຂຶ້ນໃນວັນທີ 10 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ເພື່ອປຶກສາຫາລື, ປະກອບຄຳຄິດຄຳເຫັນ ໃສ່ລັດຖະທໍາມະນູນໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສອດຄ່ອງກັບສະພາບການຕົວຈິງ ກາຍເປັນພາຫະນະພື້ນຖານໃຫ້ແກ່ການສ້າງລັດ ທີ່ປົກກຄອງດ້ວຍກົດໝາຍ.
ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນວ່າ: ໃນເດືອນມິຖຸນາ ຜ່ານມາ, ໄດ້ສຳເລັດການປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນຢູ່ຂົງເຂດອົງການພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ. ສໍາລັບກອງປະຊຸມຄັ້ງນີ້ ແມ່ນພ້ອມປະເມີນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ຢູ່ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ເຊິ່ງເປັນຈຸດທີ 2 ອ້ອມຂ້າງສູນກາງ ເພື່ອສະຫລຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນໄລຍະເກືອບ 10 ປີ ທີ່ຜ່ານມາ ໂດຍສະເພາະຢູ່ຂົງເຂດເສດຖະກິດ-ສັງຄົມ ໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ, ລວມທັງສາເຫດ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນ ໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດປະຕິບັດໄດ້. ຜ່ານການດຳເນີນຢູ່ຈຸດທີ 1 ໄດ້ມີການປັບປຸງເນື້ອໃນບົດສະຫລຸບ ແລະ ຄຳຖາມເຈາະຈີ້ມ ໃຫ້ສອດຄ່ອງ, ແທດຕົວຈິງກວ່າເກົ່າ. ສະນັ້ນ, ການດຳເນີນຢູ່ຈຸດທີ 2 ນີ້, ຖ້າມີອັນໃດບໍ່ທັນສອດຄ່ອງຈະສືບຕໍ່ປັບປຸງ ເພື່ອຖອດຖອນບົດຮຽນ ໃຫ້ແກ່ການຈັດຕັ້ງປະຕິບັດການປະເມີນຢູ່ໃນຈຸດຕ່າງໆ ໃຫ້ໄດ້ຮັບຜົນດີ.
ທ່ານ ສຸບັນ ສະວະບຸດ ປະທານກຳມະທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການປັບປຸງ ປີ 2003, ປີ 2015 ແລະ ການປັບປຸງຄັ້ງນີ້ເປັນ ຄັ້ງທີ 3. ຕະຫລອດໄລຍະດັ່ງກ່າວ, ລັດໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໃນຂົງເຂດຕ່າງໆ ທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ, ຂົງເຂດຫ້ອງກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ, ຂົງເຂດຕ່າງປະເທດ 5 ສະບັບ.
ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫລັກການຂອງພັກເຮົາ ໃນໄລຍະແຕ່ນີ້ ຫາປີ 2055, ຄະນະບໍລິຫານງານສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ກົມການເມືອງສູນກາງພັກ ກໍໄດ້ອອກມະຕິ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ສະນັ້ນ, ຈຶ່ງມີຄວາມຈຳເປັນຢ່າງພາວະວິໄສ ທີ່ລັດຈະຕ້ອງໄດ້ຄົ້ນຄວ້າ ແລະ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ແລະ ລັດເຮົາ ໃນໄລຍະໃໝ່ນີ້.
ການປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ຄັ້ງນີ້, ແນໃສ່ສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ມີຫລັກການຂອງພັກ ເປັນຂໍ້ບັນຍັດຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບໃໝ່ ເປັນຕົ້ນ ມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ; ມະຕິກົມການເມືອງສູນການພັກ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່; ປັບປຸງບາງບົດບັນຍັດກ່ຽວກັບ ລະບົບອົງການອຳນາດແຫ່ງລັດຂັ້ນຕ່າງໆ ເປັນຕົ້ນ ອົງການບໍລິຫານລັດຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງກັບໜ້າທີ່ການ ເມືອງຂອງພັກ ແລະ ລັດ ໃນໄລຍະໃໝ່ ແລະ ອື່ນໆ.





