ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລະດົມຄວາມເຫັນຕໍ່ຮ່າງເນື້ອໃນ ສະຫລຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ລາວ

Jun 27, 2025

ວັນທີ 27 ມິຖຸນາ 2025 ນີ້, ສະພາທິດສະດີສູນກາງພັກ ຈັດກອງປະຊຸມລະດົມຄວາມເຫັນຕໍ່ຮ່າງເນື້ອໃນສະຫລຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026) ສະບັບທີສອງ ເພື່ອສຸມສະຕິປັນຍາໃນການປະກອບຄຳຄິດເຫັນຕໍ່ກັບບັນຫາຕ່າງໆ ທີ່ກ່ຽວພັນກັບເນື້ອໃນສະຫລຸບ 40 ປີ. ທັງນີ້, ກໍເພື່ອໃຫ້ມີເນື້ອໃນອຸດົມສົມບູນ, ຮັບປະກັນໄດ້ລັກສະນະວິທະຍາສາດ ແລະ ແທດກັບສະພາບການຕົວຈິງໃນການປະຕິບັດແນວທາງປ່ຽນແປງໃໝ່ຢູ່ປະເທດ ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ; ຄະນະປະຈໍາສະພາທິດສະດີສູນກາງພັກ; ຕາງໜ້າກະຊວງອົງການອ້ອມຂ້າງສູນກາງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄໍາເຫັນວ່າ: ການສະຫລຸບ 40 ປີ ໃນການປະ ຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ ແມ່ນຄວາມຈຳເປັນພາວະວິໄສ, ແນວຄິດລິເລີ່ມປ່ຽນແປງໃໝ່ດັ່ງກ່າວ, ໄດ້ປະກົດອອກໃນມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ II ຂອງພັກ ໃນປີ 1979 ແລະ ໄດ້ຖືກຮັບຮອງເອົາເປັນທາງການ ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ເມື່ອປີ 1986. ໃນຕະຫລອດ 40 ປີມານີ້, ພັກເຮົາໄດ້ມີຄວາມສະດຸ້ງໄວຕໍ່ບັນຫາທີ່ເກີດຂຶ້ນ, ເຫັນໄດ້ປັດໄຈໃໝ່ຕ່າງໆ ຈາກພຶດຕິກໍາຕົວຈິງຢ່າງທັນການ, ທັງຮູ້ນໍາໃຊ້ກົດເກນພາວະວິໄສຢ່າງຖືກຕ້ອງ ເປັນຕົ້ນແມ່ນກົດເກນທາງດ້ານເສດຖະກິດ ເພື່ອວາງແນວທາງນະໂຍບາຍ ແຫ່ງການສືບຕໍ່ປ່ຽນແປງໃໝ່ອອກຢ່າງສອດຄ່ອງ ແລະ ທັນການ; ແນວທາງຂອງພັກທີ່ໄດ້ວາງອອກ ໄດ້ຕອບສະໜອງໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ; ແນວທາງປ່ຽນແປງໃໝ່ທີ່ພັກກຳນົດອອກໄດ້ສະແດງອອກຈະແຈ້ງ ແລະ ມີລັກສະນະຮອບດ້ານທັງໃນແງ່ທິດສະດີປະຕິວັດ, ມີລັກສະນະວິທະຍາສາດ, ສ່ອງແສງພຶດຕິກຳຂອງລາວ. ຜ່ານການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ເຫັນໄດ້ວ່າ ຄວາມຮັບຮູ້ຂອງທົ່ວພັກ ໄດ້ມີຄວາມເປັນເອກະພາບ, ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນແຕ່ລະດ້ານ ໄດ້ກຳນົດແຈ້ງໃນແຕ່ລະສະໄໝກອງປະຊຸມ ແລະ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳໃນແຕ່ລະໄລຍະຢ່າງມີຜົນສຳເລັດ. ແນວທາງປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ ແມ່ນມີຄວາມຈຳເປັນສຳລັບພັກກຳອຳນາດໃນປັດຈຸບັນ, ການເບິ່ງບັນຫາຕ້ອງມີລັກສະນະຮອບດ້ານ, ກວມລວມ ແລະ ແທດເໝາະກັບຍຸກສະໄໝໃໝ່.
ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ສະເໜີໃຫ້ຄະນະຮັບຜິດຊອບ ສືບຕໍ່ຄົ້ນຄວ້າໃຫ້ລະອຽດຕື່ມ, ນຳເອົາຄຳຄິດຄຳເຫັນທີ່ໄດ້ຈາກກອງປະຊຸມໃນຄັ້ງນີ້ນຳໄປປັບປຸງ, ວິເຄາະ, ວິໄຈຕື່ມ ເພື່ອໃຫ້ເນື້ອນໃນຮັບປະກັນ, ຖ້າມີຄວາມຈຳເປັນໃຫ້ດຳເນີນການສຳມະນາແຕ່ລະຂົງເຂດຕື່ມອີກ; ບັນດາສະຫາຍເລຂາຄະນະພັກ ຂອງແຕ່ລະກະຊວງ, ອົງການ ແລະ ບັນດາອະນຸກຳມະການເນື້ອໃນແຕ່ລະຂົງ ເຂດທີ່ໄດ້ຮັບການແຕ່ງຕັ້ງມາກ່ອນນັ້ນ, ຈົ່ງຍົກສູງຄວາມຮັບຜິດຊອບຄົ້ນຄວ້າ, ມີຄວາມຈິງໃຈໃຫ້ຂໍ້ມູນ ແລະ ໃຫ້ການຮ່ວມມືກັບຄະນະຮັບຜິດຊອບ ເພື່ອໃຫ້ຂໍ້ມູນຂອງແຕ່ລະຂະແໜງການສ່ອງແສງໄດ້ບັນຫາຕົວຈິງ ແລະ ສາມາດແກ້ໄຂໄດ້ບັນຫາທີ່ຍັງອຸດຕັນ ໃນການສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ; ສຳລັບບັນດາສະຫາຍທີ່ບໍ່ທັນປະກອບຄຳເຫັນໃນມື້ນີ້ ກໍໃຫ້ຂຽນໃສ່ໃນເອກະສານ ແລ້ວສົ່ງໃຫ້ສະພາທິດສະດີສູນກາງພັກ ເພື່ອຄົ້ນຄວ້າ, ປັບປຸງໃຫ້ຄົບຖ້ວນ. ແນ່ນອນວ່າ ການສະຫລຸບໃນສະບັບຕໍ່ໄປນີ້ ແມ່ນໃຫ້ສັ້ນເຂົ້າ, ເຈາະຈົງ, ເຂົ້າໃຈງ່າຍ ແລະ ສາມາດຈັດຕັ້ງປະຕິບັດໄດ້. ພາຍຫລັງປັບປຸງສຳເລັດ ໃຫ້ຄະນະຮັບຜິດຊອບ ເຮັດບົດລາຍງານຜົນຂອງການສຳມະນາ ແລະ ຂໍຄຳເຫັນນຳຄະນະຮັບຜິດຊອບເປັນແຕ່ລະໄລຍະ ເພື່ອນຳເຂົ້າລາຍງານໃນກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງຕໍ່ໄປ.
ຂ່າວ: ສະພາທິດສະດີສູນກາງພັກ