ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລະດົມທຶນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ໃນບຸນໄຫວ້ດວງຈັນ

Sep 14, 2024

ສະພາການຄ້າຈີນປະຈໍາລາວ, ສະມາຄົມຈີນນະຄອນຫລວງວຽງຈັນ ແລະ ສະພາກາຄ້າຊາວຈີນຕ່າງດ້າວ ຈັດພິທີສະເຫລີມສະຫລອງບຸນປະເພນີການໄຫວ້ດວງຈັນ ແລະ ລະດົມທຶນ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ ສປປ ລາວ ໃນວັນທີ 13 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດຈີນ ປະຈຳ ລາວ, ມີປະທານສະມາຄົມມິດຕະພາບລາວ-ຈີນ ພ້ອມດ້ວຍບັນດາ ລັດຖະມົນຕີ, ເຈົ້າຄອງນະຄອນຫລວງວຽງຈັນ, ຮອງລັດຖະ ມົນຕີຈາກບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບົວລະພາ ສັນຕິຄົງຄາ ປະທານສະພາການຄ້າຊາວຈີນຕ່າງດ້າວ, ປະທານສະມາຄົມຈີນນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ເທສະການບຸນໄຫວ້ພະຈັນ ແມ່ນງານບຸນເດືອນເຕັມດວງ, ບໍ່ພຽງແຕ່ເປັນລະດູການທີ່ດີທີ່ສຸດສໍາລັບການຊົມດວງເດືອນ, ແຕ່ຍັງເປັນລະດູການທີ່ສະເຫລີມສະຫລອງການເກັບກ່ຽວອີກດ້ວຍ ຊຶ່ງເປັນແຮງໃນການດຶງດູດ ຜູ້ຄົນໃຫ້ມີການຕົ້າໂຮມກັນ ແລະ ເປັນການສະແດງຄວາມເຄົາລົບຕໍ່ທຳມະຊາດຂອງມວນມະນຸດ, ຄວາມຮູ້ສຶກນີ້ເປັນການກ້າວຂ້າມຊາຍແດນຂອງຊາດ ແລະ ເປັນການເຊື່ອມຕໍ່ລະຫວ່າງຊາວຈີນໃນທົ່ວທຸກມູມໂລກ.
ພາຍໃນງານໄດ້ຮັບຊົມການສະແດງທີ່ສຸດຍອດກາຍະກຳພື້ນເມືອງຂອງຈີນ ຜ່ານດົນຕີພື້ນເມືອງທີ່ມ່ວນອອນຊອນ ທີ່ສະແດງ ໂດຍນັກຮຽນຈາກພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງເຫີເປີຍ (Hebei) ແລະ ໂຮງຮຽນ ລຽວໂຕວ (Liaodu) ຊຶ່ງບໍ່ພຽງແຕ່ສະແດງໃຫ້ເຫັນສະເໜ່ທີ່ເປັນເອກະລັກສະເພາະຂອງວັດທະນະທຳຈີນ ເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນຄວາມຮູ້ສຶກອັນເລິກເຊິ່ງທີ່ມີຕໍ່ມິດຕະພາບ ລະຫວ່າງ ລາວ-ຈີນ ອີກດ້ວຍ.
ພ້ອມນີ້, ທ່ານ ເພັດ ພົມພິພັກ ໄດ້ມີຄຳເຫັນວ່າ: ປະເທດລາວ ແລະ ຈີນ ເປັນປະເທດເພື່ອນມິດ ທີ່ເຊື່ອມຕໍ່ດ້ວຍພູຜາແມ່ນ້ຳລຳທານສາຍດຽວກັນ, ມິດຕະພາບຂອງປະຊາກອນສອງປະເທດລາວ-ຈີນ ໄດ້ສືບທອດມາເປັນເວລາອັນຍາວນານ, ໃນຊຸມປີຜ່ານມາ ການພົວພັນດ້ານເສດຖະກິດ, ການລົງທຶນ, ວິທະຍາ ສາດ, ການສຶກສາ, ວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງ ສອງປະເທດ ລ້ວນແຕ່ໄດ້ຮັບການຂະຫຍາຍຕົວ ແລະ ຍົກສູງຢ່າງໄວ້ວາ. ບຸນໄຫວ້ ດວງຈັນ ຖືເປັນບຸນທີ່ມີຄວາມໝາຍ ແລະ
ຄວາມສໍາຄັນຫລາຍສໍາລັບຊາວຈີນບໍ່ວ່າຈະຢູ່ພາຍໃນ ຫລື ຕ່າງ ປະເທດ. ບຸນດັ່ງກ່າວ, ປຽບດັ່ງງານລວມຍາດພີ່ນ້ອງ, ເພື່ອນມິດ ສະຫາຍ, ອ້າຍເອື້ອຍນ້ອງ ໃຫ້ໄດ້ມີໂອກາດໂອ້ລົມ ແລະ ກິນເຂົ້າສາມັກຄີ ເພື່ອພົບປະສັງສັນກັນ ຊຶ່ງໄດ້ສະແດງອອກເຖິງຄວາມສາມັກຄີ, ເປັນອັນໜຶ່ງອັນດຽວກັນຂອງຊາວຈີນ ທີ່ໄດ້ຮ່ວມພັດທະນາສ້າງສາປະເທດຊາດຕະຫລອດມາ. ສະພາການຄ້າຈີນປະຈໍາລາວ, ສະມາຄົມຈີນນະຄອນຫລວງວຽງຈັນ, ສະພາການຄ້າຊາວຈີນຕ່າງດ້າວ ແຕ່ໃດມາກໍຍັງສືບຕໍ່ປະຕິບັດໜ້າທີ່ການ ເປັນຂົວຕໍ່ທີ່ສໍາຄັນ, ທັງເປັນຜູ້ຊຸກຍູ້ການແລກປ່ຽນບົດຮຽນທາງດ້ານເສດຖະກິດ ລະຫວ່າງ ລາວ-ຈີນ ແລະ ຍັງປະກອບສ່ວນເຂົ້າໃນການເສີມສ້າງການເປີດຊ່ອງທາງການເປັນຂົວຕໍ່ໃຫ້ແກ່ການຮ່ວມມື ແລະ ການພົວພັນໄປມາຫາສູ່ກັນລະຫວ່າງລາວ-ຈີນ.
ໃນໂອກາດດຽວກັນ, ໄດ້ມີການລະດົມທຶນບໍລິຈາກ ເພື່ອນໍາເງິນໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ ສປປ ລາວ ໃນປັດຈຸ ບັນ ເຊິ່ງປະຊາຊົນໃນພື້ນທີ່ປະສົບໄພກຳລັງຜະເຊີນໜ້າກັບຄວາມຫຍຸ້ງຍາກລໍາບາກ, ຊີວິດການເປັນຢູ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ໃນການລະດົມທຶນຄັ້ງນີ້, ສະຖານທູດຈີນ ປະຈໍາລາວ ມອບຈໍານວນ 100 ລ້ານກີບ, ພ້ອມດ້ວຍບັນດາຊາວຕ່າງດ້າວ ແລະ ວິສາຫະກິດຈີນ ລວມທັງໝົດ 1,6 ຕື້ກີບ.