ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນ ກາງພັກ ວ່າດ້ວຍເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລ ຍະໃໝ່ ແລະ ທິດຊີ້ນຳ ຂອງທ່ານປະທານປະເທດຕໍ່ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2024 ໃນກາງເດືອນກໍລະກົດທີ່ຜ່ານມາ ຕໍ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ- ການ ເງິນ, ໃນຕອນບ່າຍ ວັນທີ 6 ກັນຍາ 2024 ທີ່ສໍານັກງານນາຍົກລັດ ຖະມົນຕີ ໄດ້ຈັດກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດ ແທນການນຳເຂົ້າ, ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ, ທ່ານຮັກສາການຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ບັນດາທ່ານຮອງລັດຖະມົນຕີກະຊວງທີ່ກ່ຽວ ຂ້ອງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງໜ້າຜູ້ ປະກອບການທຸລະກິດດ້ານຕ່າງໆ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງ ການລາຍງານຫຍໍ້ ກ່ຽວກັບສະພາບ ການຈັດຕັ້ງປະຕິບັດກອງທຶນສົ່ງເສີມວິສາຫະກິດ ໃນໄລຍະຜ່ານ ມາ ແລະ ສະເໜີທິດທາງໃນຕໍ່ໜ້າ; ແລະ ສະພາບການສະໜອງສິນເຊື່ອ ເພື່ອສົ່ງເສີມການຜະລິດເປັນສິນຄ້າ ໄລຍະຜ່ານມາ. ຫຼັງຈາກນັ້ນ, ຕາງໜ້າຜູ້ປະກອບການທຸລະກິດດ້ານຕ່າງໆ ກໍ່ໄດ້ປະກອບຄຳຄິດເຫັນ ຕໍ່ສະພາບການຜະລິດພາຍໃນ, ການສະ ໜອງສິນເຊື່ອ, ລວມທັງ ທ່າແຮງ, ຂໍ້ຈຳກັດ ແລະ ສິ່ງທ້າທາຍ ໃນວຽກງານດັ່ງກ່າວ ຂອງ ສປປ ລາວ ກໍ່ຄືຂອງພາກທຸລະກິດ. ຜ່ານການປະກອບຄຳເຫັນຢ່າງຫຼາກຫຼາຍ ເຫັນວ່າ ຜູ້ເຂົ້າຮ່ວມ ໄດ້ໃຫ້ ການສະໜູນ ຕໍ່ທິດໃນການສ້າງກອງທຶນດອກເບ້ຍຕໍ່າ ໂດຍການມີສ່ວນຮ່ວມ ຂອງພາກທຸລະກິດ ແລະ ຜູ້ປະກອບການ ທີ່ມີກຳ ລັງແຮງທາງດ້ານເສດຖະກິດ ເພື່ອສົ່ງເສີມການຜະລິດພາຍໃນ ໃຫ້ເປັນລະບົບ ແລະ ເຂັ້ມແຂງຂຶ້ນເປັນກ້າວໆ ບົນພື້ນຖານຮັບ ປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ຍືນຍົງ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ສະຫຼູບສັງລວມເນື້ອໃນ ກໍ່ຄືຜົນຂອງການດຳເນີນກອງປະຊຸມຄັ້ງນີ້, ພ້ອມທັງ ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ພາກສ່ວນທີ່ກ່ຽວຂ້ອງຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງອຸດສາຫະ ກຳ ແລະ ການຄ້າ ແລະ ທະ ນາຄານແຫ່ງ ສປປ ລາວ ສົມທົບກັນປຶກສາຫາລື ແລະ ຖອດ ຖອນບົດຮຽນ ໃນການຄົ້ນ ຄວ້າສ້າງກອງທຶນສົ່ງເສີມການຜະລິດ ທີ່ມີດອກເບ້ຍຕ່ຳ ທີ່ເໝາະສົມ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເພື່ອຊຸກຍູ້ສົ່ງເສີມຈຸນ ລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຢ່າງແທ້ຈິງ; ໃຫ້ກະຊວງ, ຂະແໜງການກ່ຽວຂ້ອງ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສົ່ງເສີມດຶງດູດການລົງທຶນຈາກຕ່າງປະເທດໃນຂົງເຂດການຜະລິດ, ເຈລະຈາຊອກຫາຕະຫຼາດໃຫ້ຜູ້ຜະລິດ ລວມທັງປັບປຸງລະບຽບການ, ຫຼຸດຜ່ອນຂັ້ນຂອດຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ, ພ້ອມກັນນີ້ ກໍ່ໃຫ້ນຳເອົາການສະເໜີຂອງພາກທຸລະກິດ ໄປຄົ້ນຄວ້າ ພິຈາລະນາ. ຕໍ່ພາກທຸລະກິດ ໄດ້ຊີ້ນຳສືບຕໍ່ພັດທະນາທຸລະກິດຂອງຕົນໃຫ້ສອດຄ່ອງກັບຍຸກສະໄໝ ໂດຍນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເພື່ອເພີ່ມສະມັດຕະພາບການຜະລິດ, ປະຢັດເວລາ ແລະ ຕົ້ນທຶນ ຄຽງຄູ່ກັບການສົ່ງເສີມ ຊ່ວຍເຫຼືອຂອງຂະແໜງການກ່ຽວຂ້ອງ ຕາມທິດຫັນເປັນທັນສະໄໝ ເປັນກ້າວໆ; ເພີ່ມທັກ ສະຄວາມຮູ້ດ້ານການບໍລິຫານ-ການບໍລິການ; ຮຽກຮ້ອງພາກທຸລະກິດ ເອົາໃຈໃສ່ປະຕິບັດພັນທະຂອງຕົນ ໃຫ້ຄົບຖ້ວນ ແລະ ເຄື່ອນໄຫວທຸລະກິດ ສອດຄ່ອງຕາມກົດໝາຍ ແລະ ລະບຽບ ການ ຢ່າງເຂັ້ມງວດ, ພ້ອມກັນປະກອບສ່ວນສຸດຄວາມສາມາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການແກ້ ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ດ້ວຍຄວາມເສຍສະຫຼະ ຢ່າງແທ້ຈິງ ເຮັດໃຫ້ບັນຫາເຄັ່ງຮ້ອນຕ່າງໆ ຫຼຸດຜ່ອນລົງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ





