ພິທີສະເຫຼີມສະຫຼອງລະນຶກໃນວັນສາກົນຕ້ານເອດ ຈັດຂຶ້ນວັນທີ 7 ທັນວາ 2024 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ອົງການຈັດຕັ້ງສາກົນປະຈຳລາວ ຄູ່ມຮ່ວມພັດທະນາ ອົງການຈັດຕັ້ງສັງຄົມ ຫົວໜ້າຮອງຫົວໜ້າກົມ ນັກຮຽນ-ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກກ່າວວ່າ: ທົ່ວໂລກໄດ້ຖືເອົາວັນທີ 1 ທັນວາຂອງທຸກປີ ເປັນວັນລະນຶກເຖິງປະຊາກອນໂລກທີ່ໄດ້ຮັບຜົນກະທົບຈາກການຕິດເຊື້ອເຮສໄອວີ ເປັນພະຍາດເອດ ແລະ ໄດ້ເສຍຊີວິດຍ້ອນການຕິດເຊື້ອພະຍາດດັ່ງກ່າວ ການສ້າງຂະບວນການໃນວັນສາກົນຕ້ານເອດ ໄດ້ຖືກຈັດຂຶ້ນຢ່າງເປັນທາງການໃນຂອບເຂດທົ່ວໂລກວັນທີ 1 ທັນວາຂອງທຸກປີ ເລີ່ມແຕ່ປີ 1988 ເປັນຕົ້ນມາຈຸດປະສົງຕົ້ນຕໍຂອງການສ້າງຂະບວນການວັນສາກົນຕ້ານເອດແມ່ນເພື່ອເປັນການໂຄສະນາ ແລະ ປຸກລະດົມໃຫ້ປະຊາຊົນໃນຂອບເຂດທົ່ວໂລກ ໄດ້ມີຄວາມສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັນ ເພື່ອຕໍ່ສູ້ຕ້ານຕໍ່ເຊື້ອເຮສໄອວີ ແລະ ພະຍາດເອດ ທັງຍັງເປັນໂອກາດໃນການສະແດງຄວາມເປັນຫ່ວງເປັນໄຍຕໍ່ຜູ້ທີ່ຕິດເຊື້ອເຮສໄອວີ ແລະ ອາໄລຕໍ່ຜູ້ທີ່ເສຍຊີວິດຍ້ອນພະຍາດເອດອີກດ້ວຍ ເຊິ່ງຄຳຂັວນຂອງວັນສາກົນຕ້ານເອດ ປະຈຳປີ 2024 “ພ້ອມກັນເປັນເຈົ້າການຮັກສາສຸຂະພາບ-ມີສິດເຂົ້າເຖິງການບໍລິການກວດເລືອດ ແລະ ການປິ່ນປົວ” ອີງຕາມການລາຍງານຂອງອົງການສະຫະປະຊາຊາດຕ້ານເອດ ຫຼື ອົງການ UNAIDS ໃນທ້າຍປີ 2023 ຍັງມີຜູ້ຕິດເຊື້ອເຮສໄອວີທີ່ຍັງມີຊີວິດຢູ່ໃນທົ່ວໂລກ ປະມານ 39,9 ລ້ານຄົນ ເພີ້ມຂຶ້ນ ຈາກ 37,7 ລ້ານຄົນ ປີ 2020 ອັນເປັນຜົນເນື່ອງມາຈາກການຄົ້ນພົບຜູ້ຕິດເຊື້ອເຮສໄອວີ ກໍລະນີໃໝ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ຜູ້ທີ່ຕິດເຊື້ອເຮສໄອວີຢູ່ກ່ອນແລ້ວ ກໍ່ມີອາຍຸຍືນຍາວກວ່າເກົ່າ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທີ່ມີຊີວິດສະສົມເພີ່ມຂຶ້ນໃນແຕ່ລະປີ ອີງໃສ່ສະພາບການແຜ່ລະບາດຂອງເຊື້ອເຮສໄອວີ ພວກເຮົາມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ຂະຫຍາຍວຽກງານຕ້ານເອດ ເພື່ອໃຫ້ບັນລຸເປົ້າໝາຍໃໝ່ ຂອງອົງການສະຫະປະຊາຊາດຕ້ານເອດ ຄືຢຸດຕິການແຜ່ລະບາດຂອງເຊື້ອເຮສໄອວີ ພາຍໃນປີ 2030 ສະນັ້ນຈຶ່ງຕ້ອງໄດ້ບັນລຸເປົ້າໝາຍເລັ່ງລັດ ຂອງອົງການສະຫະປະຊາຊາດຕ້ານເອດ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວພວກເຮົາຕ້ອງໄດ້ສູ້ຊົນ ແລະ ເພີ່ມທະວີການຈັດຕັ້ງປະຕິບັດວຽກງານໂຄສະນາປ້ອງກັນ ວຽກງານປິ່ນປົວ ແລະ ດູແລຜູ້ຕິດເຊື້ອ ໂດຍມີການປະກອບສ່ວນຈາກຫຼາຍພາກສ່ວນ ທັງພາກລັດ ພາກອົງການຈັດຕັ້ງມະຫາຊົນ ອົງການຈັດຕັ້ງຊຸມຊົນ ພາກສ່ວນເອກະຊົນ ຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງສູງ ແລະ ຜູ້ທີ່ໄດ້ຮັບຜົນກະທົບອຶ່ນໆ ລວມທັງອົງການຈັດຕັ້ງທັງພາຍໃນ ຕ່າງປະເທດ ແລະ ຄູ່ຮ່ວມມືອື່ນໆໃຫ້ຫຼາຍຂຶ້ນກວ່າເກົ່າ ໃນການຢຸດຕິການແຜ່ລະບາດຂອງເຊື້ອເຮສໄອວີ ພາຍໃນປີ 2030 ປັດຈຸບັນຈຳນວນສະສົມຜູ້ຕິດເຊື້ອເຮສໄອວີ ທີ່ຍັງມີຊີວິດ 16.359 ຄົນ ຜູ້ຕິດເຊື້ອທີ່ ມີໜ້າປິ່ນປົວດ້ວຍຢາຕ້ານ 12.803 ຄົນ ໃນທົ່ວປະເທດ ຕົວເລກລາຍງານສະເພາະປີ 2024 ນັບແຕ່ເດືອນມັງກອນ ເຖິງ ເດືອນກັນຍາ ພົບຜູ້ຕິດເຊື້ອເຮສໄອວີ 1.523 ຄົນ ໃນນີ້ 53% ແມ່ນກຸ່ມໄວໜຸ່ມທີ່ມີອາຍຸລະຫວ່າງ 15-29 ປີ ພວກເຮົາມີສະຖານທີ່ບໍລິການກວດເລືອດຊອກຫາການຕິດເຊື້ອເຮສໄອວີ ໃນຂອບເຂດທົ່ວປະເທດນັບແຕ່ຂັ້ນສູນກາງ ແຂວງ ເມືອງ ແລະ ສຸກສາລາບາງແຫ່ງ ລວມທັງໝົດ 196 ແຫ່ງ ສາມາດຂະຫຍາຍຕາໜ່າງປິ່ນປົວຜູ້ຕິດເຊື້ອເຮສໄອວີ ແລະ ເປັນພະຍາດເອດ ໄດ້ຢູ່ທຸກໂຮງໝໍແຂວງໃນຂອບເຂດທົ່ວປະເທດ.
ໃນພິທີໄດ້ຈັດໃຫ້ມີຫຼາຍກິດຈະກຳເປັນຕົ້ນຫຼິ້ນລະຄອນກ່ຽວກັບເອດ ຮ້ອງເພງ ສະແດງສິລະປະ ໃຫ້ຄຳປຶກສາ ແລະ ກວດເລືອດໂດຍບໍ່ເສຍຄ່າ ແຈກຢາຍຖົງຢາງອະນໄມ ແຈກແຜ່ນພັບ ຖາມຕອບກ່ຽວກັບເອດ ແລະ ອື່ນໆ.
ທີ່ມາ: ວຽງຈັນໃໝ່





