ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລະນຶກວັນສາກົນເພື່ອຕ້ານການຄ້າມະນຸດ 2025

Aug 11, 2025

ວັນທີ 9 ສິງຫາ 2025, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດພິທີລະນຶກວັນສາກົນເພື່ອຕ້ານການຄ້າມະນຸດ (30 ກໍລະກົດ ) ທີ່ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເປັນປະທານໂດຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ(ຜູ້ປະຈຳການ), ມີບັນດາສະມາຊິກກອງເລຂາຂອງແຕ່ລະກະຊວງ, ປກສ 9 ຕົວເມືອງ, ຜູ້ປະກອບການໂຮງແຮມ-ເຮືອນພັກ, ອົງການຈັດຕັ້ງສາກົນ, ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.
ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວວ່າ: ສປປ ລາວ ກໍເປັນອີກປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍກົງ ແລະ ທາງອ້ອມ ກໍລະນີທີ່ພົ້ນເດັ່ນເກີດຂຶ້ນຫຼາຍກວ່າໝູ່ແມ່ນ ການແຕ່ງດອງແອບແຝງ, ການຖ່າຍຮູບພາບ, ສະແດງ, ເຜີຍແຜ່ສິ່ງລາມົກ, ການຄ້າປະເວນີຂອງຜູ້ອື່ນ ແລະ ບັງຄັບໃຫ້ເປັນໂສເພນີ, ການໃຫ້ຖືພາແທນ ແລະ ການຂູດຮີດແຮງງານ.
May be an image of crowd and text that says 'መኝ' May be an image of one or more people, people performing martial arts and text
ຍ້ອນເຫັນໄດ້ຄວາມເປັນອັນຕະລາຍຂອງການຄ້າມະນຸດ, ໃນ 1 ປີຜ່ານມາ ລັດຖະບານ ໄດ້ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ຢ່າງຈິງຈັງ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 3 (2021-2025) ຢ່າງເປັນຮູບປະທຳ ເຊິ່ງໃນປີ 2025 ນີ້ ແມ່ນປີສຸດທ້າຍຂອງໄລຍະການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ໂດຍຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ສະຫຼຸບການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ພ້ອມທັງກະກຽມສ້າງແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 4 (ແຕ່ປີ 2026-2030) ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ສືບຕໍ່ຢ່າງເປັນປົກກະຕິ ແລະ ໄດ້ຮັບປະສິດທິພາບສູງກ່າວເກົ່າ, ໄດ້ເອົາໃຈໃສ່ວຽກໂຄສະນາເຜີຍແຜ່ບັນດາວຽກງານຕ້ານການຄ້າມະນຸດ, ຜົນຮ້າຍຂອງການຄ້າມະນຸດ ຜ່ານຫຼາຍຊ່ອງທາງ ເປັນຕົ້ນແມ່ນ ຜ່ານສື່ສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ, ລົງໂຄສະນາຕາມບ່ອນທີ່ມີຄວາມສ່ຽງເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ, ເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍ ຕິດຕາມເປົ້າໝາຍ ແລະ ນຳຈັບຕົວຜູ້ກະທຳຜິດ ມາດຳເນີນການສືບສວນ-ສອບສວນ ດຳເນີນຄະດີຕາມລະບຽບກົດໝາຍ ຂອງ ສປປ ລາວ ຢ່າງເຂັ້ມງວດ. ນອກນັ້ນ ຍັງໄດ້ ເຮັດວຽການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ທັງພາຍໃນ ແລະ ຈາກຕ່າງປະເທດ ຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ.
May be an image of 6 people, speaker, dais and text
ການຈັດງານໃນຄັ້ງນີ້ ກໍເພື່ອເປັນການໂຄສະນາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ລວມທັງຜົນສຳເລັດຂອງການເຄື່ອນໄຫວວຽກງານດັ່ງກ່າວ, ເພື່ອເປັນການໂຄສະນາປູກຈິດສຳນຶກໃຫ້ແກ່ສັງຄົມຮັບຮູ້ ຄວາມໝາຍ, ຄວາມສຳຄັນ, ຜົນຮ້າຍ ເພື່ອມີສະຕິປ້ອງກັນຕົວບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ເພື່ອປະຕິບັດພັນທະຂອງ ສປປ ລາວ ໃນນາມເປັນພາຄີຂອງອະນຸສັນຍາວ່າດ້ວຍການສະກັດກັ້ນ, ປາບປາມ ແລະ ລົງໂທດການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.
ໃນພິທີໄດ້ມີຫຼາຍຈັດກິດຈະກໍາເປັນຕົ້ນ: ສະແດງສິລະປະ, ສໍາມະນາກ່ຽວກັບວຽກງານຕ້ານການຄ້າມະນຸດ, ກິດຈະກໍາຖາມ-ຕອບ ເພື່ອແລກຂອງລາງວັນ ແລະ ໄດ້ມີການແຈກຢາຍສື່ໂຄສະນາຕ້ານການຄ້າມະນຸດ ເພື່ອໃຫ້ຜູ້ເຂົ້າຮ່ວມໃນງານໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຜົນຮ້າຍຂອງການຄ້າມະນຸດ ແລະ ຮູ້ວິທີປ້ອງກັນຕົວເອງຈາກຂະບວນການຄ້າມະນຸດ.
ພາບ-ຂ່າວ:ຄຳໂຖ