ວັນທີ 19 ມີນາ 2025 ການນໍາແຂວງຄໍາມ່ວນຮ່ວມກັບເມືອງທ່າແຂກ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງຄໍາມ່ວນ ຕັ້ງກອງ ບຸນຂຶ້ນຢູ່ຫໍຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ບ້ານທ່າແຂກກາງ, ເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.
ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງທ່າແຂກ ໄດ້ກ່າວລາຍ ງານວ່າ: ງານຕັ້ງກອງບຸນ ແລະ ງານຕະຫຼາດນັດວາງສະແດງຈໍາໜ່າຍສິນຄ້າຄັ້ງນີ້ ຈັດຂື້ນເພື່ອເປັນການລະນຶກເຖິງບຸນຄຸນ, ຄວາມງາມຄວາມດີທີ່ບັນພະບູລຸດໄດ້ເສຍສະຫຼະຊີວິດເລືອດເນື້ອ ເຂົ້າໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ. ປີນີ້ກໍຄົບຮອບ 79 ປີແຫ່ງການສູນເສຍ ສະນັ້ນ, ການນຳພັກ-ລັດ ພ້ອມດ້ວຍມວນ ຊົນ ໄດ້ຕັ້ງກອງບຸນຈຳນວນ 3 ກອງຂຶ້ນ ກອງທີໜຶ່ງ ແມ່ນຂອງການນຳຂັ້ນແຂວງ, ກອງທີ 2 ແມ່ນຂອງການນຳຂັ້ນເມືອງ, ກອງທີ 3 ແມ່ນຂອງມວນຊົນຊາວແຂວງຄຳມ່ວນ. ຕິດພັນກັບງານບຸນມື້ນີ້ ຍັງໄດ້ຈັດກິດຈະກຳ ສົ່ງເສີມທາງດ້ານສິລະປະ-ວັນນະຄະດີ, ການຂັບລຳ ແລະຕະຫຼາດນັດວາງສະແດງ-ຈຳໜ່າຍສິນຄ້າ ຂອງບັນດາເມືອງ, ພໍ່ຄ້າຊາວຂາຍ, ບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ບໍລິເວນຫໍຈາລຶກປະຫວັດສາດບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ແລະ ໃນຕອນເຊົ້າຂອງວັນທີ 20 ມີນາ 2025 ຈະໄດ້ມີການຕັກບາດຖວາຍສັງຂະທານ ແດ່ພະສົງ ຈໍານວນ 21 ອົງ .
ໂອກາດດັ່ງກ່າວ ທ່ານ ວັນໄຊ ພອງສະຫວັນ ພ້ອມດ້ວຍບັນດາທ່ານການນໍາແຂວງ ໄດ້ເປັນກຽດຂຶ້ນຈູດທຽນໄຊ, ໄຫວ້ພຣະຮັບສິນ, ຖວາຍເຄື່ອງປັດໃຈໄຊຍະທານ ພ້ອມທັງຢ້ຽມຊົມຮ້ານວາງສະແດງສິນຄ້າພາຍໃນງານ ອີກດ້ວຍ.
ທີ່ມາ: Medialaos






