ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລະນຶກ ແລະ ຊົມເຊີຍຄຸນງາມຄວາມດີຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ໄດ້ປະຕິບັດໜ້າທີ່ຢູ່ລາວ ຄົບຮອບ 75 ປີ (30 ຕຸລາ 1949 – 30 ຕຸລາ 2024)

Oct 30, 2024

ລາວ – ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ເຄີຍກິນນໍ້າຮ່ວມສາຍ, ກິນປາ ຮ່ວມຫ້ວຍ ແລະ ມີສາຍພູຫຼວງເປັນຊາຍແດນ. ປະຊາຊົນສອງຊາດມີມູນເຊື້ອພົວພັນສາມັກຄີຮັກແພງ ຊ່ວຍເຫຼືອເຊີ່ງກັນ ແລະ ກັນມາແຕ່ດົນນານ, ມີເຂົ້າເມັດຫັກຜັກເສັ້ນໜຶ່ງກໍບິແບ່ງປັນກັນກິນ ປະຊາຊົນສອງຊາດ ລາວ – ຫວຽດນາມ ອ້າຍນ້ອງ ໄດ້ຮ່ວມສະໜາມຮົບ ແລະ ຂຸມຄອງອັນດຽວກັນເພື່ອ ຕໍ່ສູ້ກູ້ຊາດ ຕ້ານສັດຕູຜູ້ຮຸກຮາກໂຕດຽວກັນ ເພື່ອຄວາມເປັນເອກະລາດ, ອິດສະຫລະພາບ ແລະ ສິດ ເປັນເຈົ້າຕົນເອງ ໂດຍສະເພາະພາຍຫລັງປະທານ ໂຮ່ຈີມິງ, ປະທານ ໄກສອນ ພົມວິຫານ ແລະ ປະ ທານ ສຸພານຸວົງ ໄດ້ຕົກລົງສ້າງສຳພັນສູ້ຮົບ ລາວ-ຫວຽດນາມໃນປີ 1946 ແລະ ປະຕິບັດຄໍາສັ່ງຂອງ ລຸງໂຮ່ທີ່ວ່າ: “ຊ່ວຍເພື່ອນ ແມ່ນຊ່ວຍຕົນ ເອງ” ລູກຫລານຜູ້ປະເສີດຂອງປະຊາຊົນຫວຽດນາມ ຈໍານວນຫລາຍແສນຄົນໄດ້ຕັດສິນໃຈຂ້າມສາຍພູຫລວງທີ່ຍິ່ງໃຫຍ່ ເພື່ອປະຕິບັດພັນທະສາກົນຢູ່ລາວ, ບັນດານາຍ ແລະ ພົນທະຫານຂອງຫວຽດນາມ ໄດ້ກິ້ງເກືອກລີເລືອກັບກອງທັບ, ນັກຮົບປະຕິ ວັດ ແລະ ປະຊາຊົນລາວ ເພື່ອຕີເອົາຊະນະສັດຕູໃນບັ້ນຮົບຕ່າງຯ, ໃນນີ້ພົ້ນເດັ່ນກ່ວາໝູ່ ແມ່ນໄຊຊະນະ ບັ້ນຮົບດຽນບຽນຟູທີ່ລືຊື່ໃນເດືອນ ພຶດສະພາ 1954 ນໍາໄປສູ່ການຍອມຈຳນົນຂອງພວກລ່າເມືອງ ຂຶ້ນຝລັ່ງ ຍອມເຊັນສັນຍາເຊີແນວ ວ່າດ້ວຍອິນດູຈີນ, ເປີດສັງກາດເອກະລາດໃຫ້ແກ່ສາມຊາດອິນດູຈີນ ແລະ ທັບມ້າງແອກປົກຄອງລ່າເມືອງຂຶ້ນແບບເກົ່າໃນຂອບເຂດທົ່ວໂລກ.
ຈາກໄຊຊະນະທີ່ເປັນປະຫວັດສາດສໍາຄັນດັ່ງກ່າວ ແທນທີ່ປະຊາຊົນສາມຊາດອິນດູຈີນຈະ ສາມາດດໍາລົງຊີວິດ ແລະ ສ້າງສາປະເທດຊາດໃນເງື່ອນໄຂສັນຕິພາບ, ສາມຊາດອິນດູຈີນພັດຖືກຈັກ ກະພັດລ່າເມືອງຂຶ້ນແບບໃໝ່ອາເມລິກາ ເຂົ້າມາແທນທີ່ເພື່ອຫວັງດັບມອດຂະບວນການປະຕິວັດໃນ ປະເທດອິນດູຈີນ, ພວກເຂົາມີຄວາມເຂັ້ມແຂງດ້ານອາວຸດຍຸດໂທປະກອນຫລາຍກ່ວາປະຊາຊົນປະຊາ ຊົນສາມຊາດອິນດູຈີນຫລາຍຮ້ອຍເທົ່າ ແລະ ໄດ້ເພີ່ມທະວີສົງຄາມແບບພິເສດ, ບຸກໂຈມຕີຢ່າງປ່າ ເຖື່ອນ ເພື່ອ ຈະເອົາສາມຊາດອິນດູຈີນເປັນຫົວເມືອງຂຶ້ນແບບໃໝ່ຂອງພວກ ເຂົາ.
ໃນແປວໄຟທີ່ດຸເດືອດຂອງສົງຄາມຕ້ານຈັກກະພັດອາເມລິ ກາ ເປັນເວລາ 20 ປີ ກອງທັບ ແລະປະຊາຊົນສອງຊາດ ລາວ- ຫວຽດນາມ ໄດ້ສືບຕໍ່ຄຽງບ່າຄຽງໄຫລ່ຕີສັດຕູຜູ້ຮຸກຮານໂຕດຽວກັນຢ່າງພິລະອາດຫານ, ກ້າແກ່ນ, ຮ່ວມຂຸມຄອງດຽວກັນ, ຊ່ວຍເຫລືອແບບເຂົ້າເມັດຫັກ ຜັກເສັ້ນແບ່ງ, ຍອມເສຍສະຫລະ, ອຸທິດຊີວິດເລືອດເນື້ອ ເພື່ອເອກະລາດຂອງສອງຊາດພວກເຮົາ, ສ້າງວິລະກຳອັນລໍ້າເລີດສ້າງເງື່ອນໄຂກ້າວສູ່ການປົດປ່ອຍປະເທດລາວຢ່າງສົມບູນໃນປີ 1975, ແລ້ວພ້ອມກັນເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນເປັນເວລາເກືອບ 50 ປີແລ້ວ.
ພາຍຫລັງປະເທດລາວ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ສອງປະເທດ ລາວ- ຫວຽດນາມ ໄດ້ກ້າວເຂົ້າສູ່ສັງ ກາດໃໝ່, ສັງກາດແຫ່ງສັນຕິພາບ, ເອກະລາດ, ເອກະພາບ ແລະ ປະຕິ ບັດສິດເປັນເຈົ້າຕົນເອງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄປສູ່ຈຸດໝາຍສັງ ຄົມນິຍົມທີ່ວາງໄວ້.
ເຖີງວ່າວັນເວລາໄດ້ຜ່ານໄປຫລາຍທົດສະວັດແລ້ວ, ແຕ່ຄວາມຊົງຈໍາ, ຄວາມຮູ້ບຸນຄຸນຂອງ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຕໍ່ຜົນງານ, ຄຸນງາມຄວາມດີ ແລະ ການປະກອບສ່ວນເສຍ ສະຫລະອັນໃຫຍ່ຫລວງຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງຕໍ່ພາລະກິດປະຕິວັດຂອງ ລາວບໍ່ມີມື້ຈະຈືດຈ້າງ ແລະ ຍັງຄົງຝັງເລິກຢູ່ໃນດວງໃຈຂອງປະຊາຊົນລາວບັນດາເຜົ່າສະເໝີມາ.
ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃຫ້ຄຳໝັ້ນສັນຍາວ່າ: ບໍ່ວ່າຈະຢູ່ໃນໄລຍະໃດ ແລະ ສະພາບການໃດ ຈະສືບຕໍ່ປົກປັກ ຮັກສາ ແລະ ສືບຕໍ່ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່ , ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ສົມກັບ ຄວາມເສຍສະຫລະອັນໃຫຍ່ ຫລວງຂອງບັນດານັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມທີ່ໄດ້ ປະຕິບັດໜ້າທີ່ສາກົນຢູ່ລາວ ເພື່ອເຮັດໃຫ້ສາຍພົວ ພັນດັ່ງກ່າວໝັ້ນຄົງທະນົງແກ່ນຊົ່ວກາລະນານ.
ຊົມເຊີຍຄຸນງາມຄວາມດີຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ປະຕິບັດໜ້າທີ່ຢູ່ລາວ ຄົບຮອບ 75 ຢ່າງສຸດໃຈ!