ສະພາບນໍ້າຖ້ວມທີ່ເກີດຂຶ້ນໃນທົ່ວປະເທດ ນັບແຕ່ເດືອນກໍລະກົດ ຫາ ເດືອນກັນຍາ 2024 ເຮັດໃຫ້ລະບົບຊົນລະປະທານທີ່ນອນໃນ 12 ແຂວງ ເສຍຫາຍ 300 ໂຄງການ, ມູນຄ່າ 592 ຕື້ກວ່າກີບ. ສ່ວນເນື້ອທີ່ທີ່ນອນໃນຂອບເຂດໂຄງການຊົນລະປະ ທານຖືກຜົນກະທົບທັງໝົດ 14,826 ເຮັກຕາ ແລະ ເນື້ອທີ່ເສຍ ຫາຍທັງໝົດ 7,838 ເຮັກຕາ, ກວມເອົາ 55 ເມືອງ.
ທ່ານ ທອງເລີຍ ແສງອານົງ, ຮອງຫົວຫນ້າກົມຊົນລະປະ ທານ, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເມື່ອບໍ່ດົນມານີ້ວ່າ: ລະບົບຊົນລະປະ ທານໃນຈໍານວນ 12 ແຂວງທີ່ໄດ້ຮັບຜົນເສຍຫາຍ, ຮ້າຍແຮງກວ່າໝູ່ແມ່ນຢູ່ 3 ແຂວງ ຄື: ນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບ 2 ເມືອງ ມີ 15 ໂຄງການ, ເນື່ອທີ່ຖືກກະທົບ 1,676 ເຮັກຕ່າກວ່າ, ມູນຄ່າເສຍຫາຍເບື້ອງຕົ້ນ 96 ຕື້ກວ່າກີບ. ຮອງລົງ ມາແມ່ນຢູ່ແຂວງຫລວງນໍ້າທາ ໄດ້ຮັບຜົນກະທົບ 4 ເມືອງ, ມີ 14 ໂຄງການ, ເນື້ອທີ່ຖືກກະທົບ 5,032 ເຮັກຕາ, ມູນຄ່າເສຍຫາຍເບື້ອງຕົ້ນ 17 ຕື້ກວ່າກີບ, ແລະ ແຂວງຫົວພັນ ໄດ້ຮັບຜົນກະທົບ 2 ເມືອງ, ມີ 5 ໂຄງການ, ເນື້ອທີ່ຖືກກະທົບ 60 ເຮັກຕາ, ມູນຄ່າເສຍຫາຍເບື້ອງຕົ້ນ 5 ຕື້ກວ່າກີບ.
ສ່ວນຢູ່ 9 ແຂວງທີ່ເຫລືອແມ່ນໄດ້ຮັບຜົນກະທົບປົກກະຕິ ຫລື ບໍ່ຮ້າຍແຮງ, ໃນນັ້ນ ລວມມີ: ຜົ້ງສາລີ ກະທົບ 2 ເມືອງ, ມີ 11 ໂຄງການ, ບໍ່ແກ້ວ ກະທົບ 5 ເມືອງ, ມີ 10 ໂຄງການ, ອຸດົມ ໄຊ ກະທົບ 3 ເມືອງ, ມີ 26 ໂຄງການ, ຫລວງພະບາງ ກະທົບ 5 ເມືອງ, ມີ 10 ໂຄງການ, ຊຽງຂວາງ ກະທົບ 3 ເມືອງ, ມີ 8 ໂຄງ ການ, ໄຊຍະບູລີ ກະ ທົບ 3 ເມືອງ, ມີ 10 ໂຄງການ, ບໍລິຄໍາໄຊ ກະທົບ 3 ເມືອງ, ມີ 22 ໂຄງການ, ຄໍາມ່ວນ ກະທົບ 9 ໂມືອງ, ມີ 31 ໂຄງການ ແລະ ເຊກອງ ກະທົບ 2 ເມືອງ, ມີ 10 ໂຄງການ.
ທ່ານ ທອງເລີຍ ແສງອານົງ ໃຫ້ຮູ້ຕື່ມວ່າ: ບັນດາລະບົບຊົນ ລະປະທານທີ່ເປ່ເພທັງໝົດ ຕ້ອງໄດ້ຮີບຮ້ອນສ້ອມແປງ ໂດຍ ສະເພາະໂຄງການທີ່ເປັນບຸລິມະສິດຮັບໃຊ້ການຜະລິດລະດູແລ້ງທີ່ຈະມາເຖີງນີ້ ເພື່ອເຮັດໃຫ້ປະຊາຊົນສາມາດທໍາການຜະລິດໄດ້ທັນກັບລະດູການ.








