ທ່ານ ທ່ານ ບຸນເສີມ ອິນສຸມັງ ຮອງຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະປ່າໄມ້ ແຂວງຫົວພັນ ໃຫ້ສໍາພາດວ່າ: ລະຫວ່າງທ້າຍເດືອນ ກໍລະກົດ – ທ້າຍເດືອນ ກັນຍາ ຜ່ານມານີ້ ໄດ້ມີຝົນຕົກໜັກເຮັດໃຫ້ມີນໍ້າປ່າໄຫຼສຸ ເຊິ່ງໄດ້ເຮັດໃຫ້ມີຜົນກະທົບ ຕໍ່ລະບົບຊົນລະປະທານຈໍານວນ 71 ແຫ່ງໃນ 8 ເມືອງຄື: ເມືອງຊໍາເໜືອ, ເມືອງວຽໄຊ, ເມືອງສົບເບົາ, ເມືອງແອດ, ເມືອງຊ່ອນ, ເມືອງຮ້ຽມ, ເມືອງຊຽງຄໍ້ ແລະ ເມືອງຫົວເມືອງ, ໃນນີ້ ເມືອງວຽງໄຊ ມີຊົນລະປະທານທີ່ຖືກຜົນກະທົບມີ 6 ໂຄງການ, ເມືອງສົບເບົາ ມີ 31 ໂຄງການ, ເມືອງແອດ ມີ 3 ໂຄງການ, ເມືອງຊ່ອນ 7 ໂຄງການ, ເມືອງຊໍາເໜືອ 11 ໂຄງການ, ເມືອງຮ້ຽມ 4 ໂຄງການ, ເມືອງຊຽນຄໍ້ 6ໂຄງການ, ເມືອງຫົວເມືອງ 3 ໂຄງການ, ແຕ່ລະໂຄງການທີ່ເສຍຫາຍແມ່ນລະບົບຫົວງານ, ຫົວອ່າງ, ລະບົບຄອງເໝືອງ, ທໍ່ສົ່ງນໍ້າ ເຊິ່ງມີຜົນເສຍຫາຍທັງໝົດ 133 ຕື້ ກວ່າລ້ານກີບ.
ທ່ານຍັງໄດ້ເວົ້າຕື່ມວ່າ: ພາຍຫຼັງທີ່ລະບົບຊົນລະປະທານຖືກຜົນກະທົບ ເຊິ່ງບໍ່ສາມາດສະ ໜອງນໍ້າເຂົ້າຫົດໃສ່ ເນື້ອທີ່ການຜະລິດຂອງປະຊາຊົນບາງເຂດໄດ້, ສະນັ້ນພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງສົມທົບຂັ້ນເມືອງ, ບ້ານໄດ້ລົງສ້ອມແປງ ແລະ ແກ້ໄຂສຸກເສີນບັນດາໂຄງການທີ່ເປ່ເພ່ເລັກໜ້ອຍ ເພື່ອໃຫ້ມີນໍ້າເຂົ້າຫົດໃສ່ເນື້ອທີ່ການຜະລິດປະຊາຊົນໄດ້ຈໍານວນໜື່ງແລ້ວ ແລະ ຍັງຈະໄດ້ສືບຕໍ່ແກ້ໄຂ, ສ້ອມແປງບັນດາຊົນລະປະທານທີ່ເປ່ເພ່ເສຍຫາຍໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິ.









