ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັກສາຍໄຟໄປຂາຍແຕ່ບໍ່ລອດ ຖືກເຈົ້າໜ້າທີ່ກັກຕົວດໍາເນີນຄະດີ

Mar 19, 2025

ວັນທີ 3 ກຸມພາ 2025 ເວລາ ປະມານ 09 ໂມງ, ພະແນກຈະລາຈອນ ປກສ ແຂວງບໍ່ແກ້ວ ໄດ້ລົງຕັ້ງຈຸດກວດກາຢຸ່ປະຕູໂຂງບ້ານໄມ່ພູຄາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພົບເຫັນຜູ້ຕ້ອງສົງໄສລັກຊັບ ຈໍານວນ 01 ຄົນ ພ້ອມສາຍທອງແດງຈໍານວນໜຶ່ງ ຈຶ່ງໄດ້ປະສານຫາພະແນກສືບສວນ-ສອບ ປກສ ແຂວງ ມາກວດກາ ແລະ ເຫັນວ່າມີມູນຄວາມຈິງ. ດັ່ງນັ້ນ, ທາງເຈົ້າໜ້າທີ່ ພະແນກສືບສວນ-ສອບສວນ ຈຶ່ງໄດ້ນໍາຕົວຜູ້ກ່ຽວໄປທໍາການສືບສວນ-ສອບສວນ ໄດ້ຮູ້ວ່າ ຊື່ ທ້າວ ນຸ່ຍ ພັນທະລາ ອາຍຸ 22 ປີ, ອາຊີບຫວ່າງງານ ເຊື້ອຊາດລາວ, ສັນຊາດລາວ, ຊົນເຜົ່າກຶມມຸ ປັດຈຸບັນຢູ່ບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ທ້າວ ນຸ່ຍ ໄດ້ສາລະພາບວ່າ: ສາຍທອງແດງທີ່ປອກແລ້ວນັ້ນ ແມ່ນໄດ້ໄປລັກເອົາຢູ່ຕຶກແຝດທີ່ກຳລັງກໍ່ສ້າງໃໝ່ຢູ່ສົ້ນຂົວມິດຕະພາບ4, ໃນໄລຍະເດືອນມັງກອນ 2025 ໄດ້ໄປເລາະໃສ່ກັບແຖວບໍລິເວນຕຶກແຝດ ແລະ ເຫັນສາຍໄຟສີດຳ, ເຫຼັກ ປະໄວ້ຂອບ ເຂດກໍ່ສ້າງນັ້ນຈຶ່ງເກີດແນວຄິດຢາກໄດ້ ຈິ່ງລັກເອົາສາຍໄຟດັ່ງກ່າວໃນຕອນກາງຄືນຂ້ອນແຈ້ງເວລາ ປະມານ 00-01 ໂມງ 00 ນາທີຂຶ້ນໄປ ແລະ ບາງຄັ້ງກໍໄປລັກໃນ ເວ ລາ 03-04 ໂມງ ໄດ້ລັກຫຼາຍຄັ້ງປະມານ 15-20 ຄັ້ງໃນຈຸດດັ່ງກ່າວ ແຕ່ລະຄັ້ງແມ່ນໄປຄົນດຽວ ເພື່ອຈະນຳໄປຂາຍເຊິ່ງລັກໄດ້ລວມທັງໝົດ 24 ມັດ, ນໍ້າໜັກ 55,5 ກິໂລກຼາມ, ສ່ວນເປືອກສາຍໄຟທີ່ປອກແລ້ວແມ່ນໄດ້ຈຸດຖີ້ມ.
ຜູ້ກ່ຽວໄດ້ຮັບສາລະພາບຕື່ມວ່າ: ຜ່ານມາຜູ້ກ່ຽວແມ່ນໄດ້ເສບຢາເສບຕິດ (ປະ ເພດຍາບ້າ)ມາແຕ່ປີ 2022 ເສບມື້ລະ 03-04 ເມັດ ແລະ ໄດ້ລັກເອົາເຫຼັກຢູ່ຕຶກແຝດໄປຂາຍໃຫ້ພວກທີ່ຂີ່ລົດເລາະຮັບຊື້ເຫຼັກເສດຕາມບ້ານຫຼາຍຄັ້ງ ໄດ້ເງິນມາເທົ່າໃດແມ່ນບໍ່ຈື່, ສ່ວນເງິນທີ່ໄດ້ມາຈາກການຂາຍເຫຼັກຜູ້ກ່ຽວໃຊ້ຈ່າຍໝົດ.
ທີ່ມາ: ປກສ ແຂວງບໍ່ແກ້ວ