ວັນທີ 15 ກັນຍາ 2024 – ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ໄດ້ສົ່ງມອບອຸປະກອນດ້ານນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ຊວ່ຍເຫລືອເບື້ອງຕົ້ນໃຫ້ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທົ່ວ 486 ບ້ານ ໃນ 8 ແຂວງ ຂອງ ສປປ ລາວ ເພື່ອຮັບປະກັນການເຂົ້າເຖິງນໍ້າທີ່ປອດໄພ ແລະ ສຸຂະອະນາໄມຂອງຄອບຄົວທີ່ໄດ້ຮັບຜົນກະທົບ. ເຄື່ອງອຸປະກອນທີ່ໄດ້ສົ່ງມອບນັ້ນ ປະກອບມີ: ຢາເມັດຄະລໍລີນສຳລັບຂ້າເຊື້ອໃນນ້ຳດື່ມ 1.100.000 ເມັດ, ຄຸໃສ່ນ້ຳຫຼາຍກ່ວາ 250 ໜ່ວຍ, ສະບູ 4000 ກ້ອນ, ຕຸກໃສ່ນ້ຳດື່ມ 250 ຕຸກ, ຖັງນ້ຳສຳລັບຢາຍນ້ຳດື່ມ 5 ຖັງ, ຜ້າອະນາໄມຜູ້ຍິງ 200 ແພັກ, ໂອຢາງ 400 ໜ່ວຍ ເເລະ ຜ້າບັດ 5 ຜືນ.
ໃນທ້າຍອາທິດທີ່ຜ່ານມາ, ໄດ້ມີການຈັດສົ່ງອຸປະກອນດ້ານ ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ໃຫ້ເເກ່ຊຸມຊົນໃນເຂດເມືອງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ໃນອາທິດກ່ອນໜ້ານີ້ ກໍ່ຍັງໄດ້ມີການຈັດສົ່ງອຸປະກອນຊ່ວຍເຫຼືອຂັ້ນເບື້ອງຕົ້ນ ໃຫ້ແກ່ ແຂວງຫຼວງນໍ້າທາ ອີກເຊັ່ນດຽວກັນ. ການຊ່ວຍເຫຼືອເຫຼົ່ານີ້ເເມ່ນເພື່ອແນໃສ່ການຫຼຸດຜ່ອນຄວາມສ່ຽງຕໍ່ພະຍາດຕິດຕໍ່ທາງນ້ຳ ເຊັ່ນ: ພະຍາດຖອກທ້ອງ ແລະ ໂລກອະຫິວາ, ເຊິ່ງເປັນຄວາມສ່ຽງທີ່ສາມາດເພີ່ມຂຶ້ນໄດ້ ພາຍຫຼັງເກີດເຫດໄພພິບັດນໍ້າຖ້ວມ.





