ມາດຕາ 34 ເງື່ອນໄຂຮັບການອຸດໜູນບຳນານ
ຜູ້ທີ່ຮັບການອຸດໜູນບຳນານ ມີເງື່ອນໄຂ ດັ່ງນີ້:
#ເພດຊາຍ ແລະ ເພດຍິງ ຕ້ອງມີປີການ 25 ປີ ຂຶ້ນໄປ ແລະ ມີອາຍຸກະສຽນ 57ປີ ຫາ 60 ປີ ສໍາລັບເພດຊາຍ, 55 ປີ ຫາ 60 ປີ ສໍາລັບເພດຍິງ.
#ສໍາລັບຜູ້ມີປີການ 23ປີ ຂຶ້ນໄປແຕ່ບໍ່ເຖິງ ຊາວຫ້າປີ ສາມາດຮັບອຸດໜູນບໍານານໄດ້ ແຕ່ໃຫ້ຫຼຸດອັດຕາສ່ວນຮ້ອຍອຸດໜູນບ້ານານລົງໜຶ່ງສ່ວນຮ້ອຍ (1%) ຕໍ່ ໜຶ່ງປີການທີ່ຫຼຸດ;
#ສໍາລັບອາຍຸກະສຽນ ແລະ ປີການຂອງທະຫານ, ຕຳຫຼວດ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.
+ເຂົ້າການປະຕິວັດກ່ອນປີ 1975, ເສຍກຳລັງແຮງງານປະເພດ ໜຶ່ງ ຫາ ສີ່, ເຮັດວຽກກັບທາດເບື່ອ, ເຄມີ ແລະ ສານພິດທີ່ເປັນອັນຕະລາຍຕໍ່ສຸຂະພາບແຕ່ ຫ້າປີ ຂຶ້ນໄປ ຕາມການຢັ້ງຢືນທາງການແພດ, ມີອາຍຸ ກະສຽນ 55 ປີ ຂຶ້ນໄປ ສໍາລັບເພດຊາຍ, 50 ປີຂຶ້ນໄປ ສໍາລັບເພດຍິງ ແລະ ມີປີການແຕ່ 20 ປີ ຂຶ້ນໄປ ແລະ ໃຫ້ຈັດເຂົ້າຢູ່ໃນກຸ່ມຜູ້ຮັບບຳນານ ໄລຍະທີສາມ;
+ເຮັດວຽກໃນລະບອບເກົ່າກ່ອນປີ 1975 ໃຫ້ຄິດໄລ່ປີການ ສາມປີໃດ ເທົ່າກັບ ໜຶ່ງປີການ ແລະ ໃຫ້ຈັດເຂົ້າເປັນ ໄລຍະທີສອງ;
+ມີການຢັ້ງຢືນພັກຮັບບຳນານຢ່າງຖືກຕ້ອງ ຈາກຂະແໜງການທີ່ກ່ຽວຂ້ອງ.
ມາດຕາ 38 ການຄິດໄລ່ເງິນອຸດໜູນເທື່ອດຽວ
ຜູ້ບໍ່ຄົບເງື່ອນໄຂຮັບການອຸດໜູນບຳນານ ຈະໄດ້ຮັບເງິນອຸດໜູນເທື່ອດຽວ ຊຶ່ງຄິດໄລ່ເທົ່າກັບ ແປດສິບຫ້າສ່ວນຮ້ອຍ (85%) ຂອງເງິນປະກັນຕົນເດືອນສຸດທ້າຍ ຄູນ ໜຶ່ງເດືອນເຄິ່ງ ແລະ ຄູນ ໃຫ້ຈໍານວນປີການຂອງຜູ້ກ່ຽວ.




