ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອລ້າໂຄງການກໍ່ສ້າງຄອງເໝືອງບ້ານສົມສະອາດ ເມືອງໄຊບູລີ

Feb 6, 2025

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອລ້າໂຄງການກໍ່ສ້າງຄອງເໝືອງບ້ານສົມສະອາດ ເມືອງໄຊບູລີ
ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າໃນການກໍ່ສ້າງຄອງເໝືອງ ບ້ານສົມສະ ອາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ລະຫວ່າງທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກ ຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະທ່ານ ດວງຕາ ເສນໄຊປັນຍາ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງໄຊບູລີ ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໃນວັນທີ 5 ກຸມພາ 2025 ໂດຍການເຂົ້າຮ່ວມເປັນສັກສີພະຍານຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງສະຫວັນນະເຂດ.
ໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ “ໂຄງການກໍ່ສ້າງຄອງເໝືອງ ບ້ານສົມສະອາດ ເມືອງໄຊບູລີ ແຂວງສະຫວັນນະເຂດ” ມີມູນຄ່າລວມ 86,700 ໂດລາສະ ຫະລັດ. ນັບແຕ່ປີ 1995 ເປັນຕົ້ນມາ ແຂວງສະຫວັນນະເຂດໄດ້ຮັບການຊ່ວຍເຫຼືອຢ່າງເປັນທາງການເພື່ອການພັດທະນາຮອບດ້ານ ຈາກລັດຖະບານຍີ່ປຸ່ນ ໂດຍຜ່ານອົງການ JICA ແລະຜ່ານສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ຫຼາຍໂຄງການ, ໂດຍສະເພາະແມ່ນໃນຂົງເຂດວຽກງານການຜະລິດກະສິກຳ, ໂຍທາທິການ ແລະຂົນສົ່ງ, ການສຶກສາ ແລະສາທາລະນະສຸກເພື່ອພັດທະນາຊັບພະຍາກອນມະນຸດ ແລະພື້ນ ຖານໂຄງລ່າງ.
ສຳລັບໂຄງການຊ່ວຍເຫຼືອລ້າໃນຄັ້ງນີ້ແມ່ນຕິດພັນກັບການກໍ່ສ້າງຊົນລະປະ ທານ ໂດຍສະເພາະກໍ່ແມ່ນນໍາໃຊ້ເຂົ້າໃນໂຄງການກໍ່ສ້າງເຄືອງເໝືອງເບຕົງ ບ້ານສົມສະອາດ ເມືອງໄຊບູລີ, ຄາດຫວັງວ່າໂຄງການດັ່ງກ່າວຈະຊ່ວຍໃຫ້ຄອງເໝືອງໃນພື້ນທີ່ປູກຝັງຂອງບ້ານສົມສະອາດບໍ່ຮົ່ວໄຫຼ ແລະສາມາດສະໜອງນໍ້າໄດ້ຢ່າງສະໝໍ່າສະເໝີ ໂດຍສະເພາະແມ່ນໃນລະດູແລ້ງທີ່ຄອງເໝືອງມີຄວາມຈຳເປັນໃນການສະໜອງນໍ້າເຂົ້າສູ່ພື້ນທີ່ການຜະລິດກະສິກຳ ແລະຊ່ວຍໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ.
ໃນໄລຍະຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແຂວງສະຫວັນນະເຂດໃນໂຄງການຂັ້ນພື້ນຖານເປັນມູນຄ່າຫຼາຍກວ່າ 4 ລ້ານໂດລາສະຫະລັດໃນດ້ານສາທາລະນະສຸກ, ການສຶກສາ, ໂຄງການພື້ນຖານໂຄງລ່າງ, ກະສິກຳ ແລະອື່ນໆ ເພື່ອຊຸກຍູ້ການພັດທະນາໃນຂົງເຂດຕ່າງໆຂອງແຂວງສະຫວັນນະເຂດ.
Cr: ສະຫວັນພັດທະນາ ຂ່າວ