ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງຂົວເບຕົງເສີມເຫລັກອັດແຮງ ຂ້າມຫ້ວຍລະຮັງ ຢູ່ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ ພາຍໃຕ້ທຶນຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 4 ກຸມພາ 2025 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ແຫ່ງປະເທດຍີ່ປຸ່ນ ປະຈໍາລາວ.
ທ່ານ ສີວິໄລ ສີທຳມະວັນ ຮອງເຈົ້າເມືອງອາດສະພອນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວເບຕົງເສີມເຫລັກອັດແຮງບ້ານນາຮັງນ້ອຍ ມີຄວາມຍາວ 20 ແມັດ, ກວ້າງ 4 ແມັດ, ມີ 4 ຊ່ວງ, ມີເສົາກາງ 3 ຄູ່, ລວມມູນຄ່າການກໍ່ສ້າງທັງໝົດ 71.500 ໂດລາສະຫະ ລັດ ດ້ວຍທຶນຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ໂດຍແມ່ນ ບໍລິສັດໜູຄໍາກໍ່ສ້າງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້່າງ ເຊິ່ງມີກຳນົດເວລາກໍ່ສ້າງ 6 ເດືອນນັບແຕ່ມື້ເຊັນສັນຍາ (22 ຕຸລາ 2023) ແລະ ໄດ້ສຳເລັດການກໍ່ສ້າງ 100% ໃນວັນທີ 16 ມີນາ 2024.
ໃນນີ້, ຍັງມີວຽກຊຸມຊົນປະກອບສ່ວນຕື່ມອີກ ຄື: ຖົມດິນຫົວຂົວ, ຖົມທາງເຂົ້າຫົວຂົວສອງສົ້ນຈຳນວນ 175 ລົດ ແລະ ເຮັດປ້າຍໂຄງການ, ພ້ອມຕິດຕັ້ງລວມມູນຄ່າທັງໝົດ 53 ລ້ານກວ່າກີບ.
ໂຄງການດັ່ງກ່າວ, ສາມາດແກ້ໄຂການສັນຈອນໄປມາຂອງພໍ່ແມ່ປະຊາຊົນໄດ້ 18 ບ້ານ, ມີຈຳນວນພົນ 19.406 ຄົນ, ຍິງ 9.954 ຄົນ ໃຫ້ທຽວໄປ-ມາໄດ້ສະດວກສະບາຍ.





