ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອກໍ່ສ້າງສຸກສາລາ ໜອງແຕ້ ຢູ່ມືອງຈໍາປາສັກ

Feb 18, 2025

ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອກໍ່ສ້າງສຸກສາລາ ໜອງແຕ້ ຢູ່ມືອງຈໍາປາສັກ
ວັນທີ 17 ກຸມພາຜ່ານມາ ທີ່ຫ້ອງວ່າການແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາ ໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ໃນການກໍ່ສ້າງສຸກສາລາ ໜອງແຕ້ ຫຼັງໃໝ່ ເມືອງຈໍາປາສັກ ແຂວງຈໍາປາສັກ ໃນມູນຄ່າລວມ 66 ພັນກວ່າໂດລາສະຫະລັດ, ຊຶ່ງພະ ແນກສາທາລະນະສຸກ ແຂວງຈໍາປາສັກ ເປັນເຈົ້າຂອງໂຄງການ.
ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຮ່ວມລົງນາມໃນຄັ້ງນີ້, ຕາງໜ້າລັດຖະບານຍີ່ປຸ່ນແມ່ນ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ຕາງໜ້າແຂວງຈໍາປາສັກ ລົງນາມໂດຍ ທ່ານ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງຈໍາປາສັກ.
ໃນໂອກາດນີ້, ທ່ານ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງທ່ານທູດຢີ່ປຸ່ນ ປະຈຳລາວ ທີ່ຍາມໃດກໍໃຫ້ຄວາມສໍາຄັນ ໃນການຊ່ວຍເຫຼືອ ສປປ ລາວ ກໍຄືແຂວງຈໍາປາສັກ ຂອງພວກເຮົາຕະຫຼອດມາ. ການຊ່ວຍເຫຼືອຄັ້ງນີ້, ສຸດທີ່ມີຄວາມໝາຍຄວາມສໍາຄັນຍິງ ແລະ ມີຄຸນປະໂຫຍດຫຼວງຫຼາຍ ໃຫ້ແກ່ການບໍລິການສຸຂະພາບ ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ, ພ້ອມທັງເປັນການປະກອບສ່ວນໃນການພັດທະນາພື້ນ ຖານໂຄງລາງ ຂອງຂະແໜງສາທາລະນະສຸກຂອງແຂວງຈຳປາສັກ ກໍ່ຄືຂັ້ນທ້ອງຖິ່ນ.
Cr: ທັດຊະນະ