ວັນທີ 24 ກັນຍາທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ມອບຊຸດກິລາບານເຕະຈຳນວນ 400 ກວ່າຜືນ ໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ (LFF) ໂດຍຮ່ວມມືກັບສະມາຄົມບານເຕະຍີ່ປຸ່ນ (JFA). ພິທີມອບ-ຮັບໄດ້ຈັດຂຶ້ນທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ.
Sport For Tomorrow (SFT) ແມ່ນໂຄງການລິເລີ່ມດ້ານກິລາລະດັບນານາຊາດ ທີ່ດຳເນີນການຮ່ວມກັນໂດຍພາກລັດ ແລະ ເອກະຊົນຍີ່ປຸ່ນ. SFT ມີຈຸດປະສົງແບ່ງປັນຄຸນຄ່າຂອງກິລາໃຫ້ກັບຜູ້ຄົນທຸກໄວໃນທົ່ວປະເທດ, ລວມທັງປະເທດກຳລັງພັດທະນາ, ເພື່ອອະນາຄົດທີ່ດີຂຶ້ນຂອງໂລກ.
ຊດເຕະບານທີ່ໄດ້ຮັບຈະນຳໄປມອບໃຫ້ແກ່ທີມກິລາບານເຕະຂັ້ນພື້ນຖານ ໃນໂຮງຮຽນປະຖົມຫຼາຍທ້ອງຖິ່ນໃນປະເທດລາວ. ສະຫະພັນບານເຕະລາວຈະຈັດກິດຈະກຳຕ່າງໆ ແລະ ນຳໃຊ້ໂອກາດພິເສດເຊັ່ນວັນບານເຕະ Grassroots AFC ແລະ ວັນບານເຕະແມ່ຍິງ AFC ເພື່ອບໍລິຈາກເຄື່ອງເຫຼົ່ານີ້.
ທີ່ມາ: ສຕລ






