ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອການສະໜອງສະບຽງອາຫານສຸກເສີນ ໃນການບັນເທົາທຸກ ໃຫ້ແກ່ເຂດພື້ນທີ່ມີຄວາມສ່ຽງໄພພິບັດໃນ ສປປ ລາວ

Dec 4, 2024

ວັນທີ 4 ພະຈິກ 2024 ທີ່ສຳນັກງານຂອງ ທີ່ອົງການອາຫານໂລກ ນະຄອນຫຼວງວຽງຈັນ ມີພິທີລົງນາມລະຫວ່າງທ່ານ ຊຸໂຕມຸ ໂກອິຊູມິ ພະນະທ່ານເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳລາວ ແລະ ທ່ານ ມາກ-ອານເດຣ ໂປຣສ ຜູ້ຕາງໜ້າ ອົງການອາຫານໂລກ ປະຈຳລາວ ໂດຍມີທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລົງນາມໃນຂໍ້ຕົກລົງຄັ້ງນີ້ ເພື່ອສະໜັບສະໜູນທີ່ຈຳເປັນຕໍ່ການບັນເທົາທຸກ ຈາກໄພພິບັດ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງ ສປປ ລາວ ສະບຽງອາຫານສຸກເສີນຈະຖືກມອບໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນຖານະທີ່ເປັນອົງການແຫ່ງຊາດ ຮັບຜິດຊອບໃນການຄຸ້ມຄອງການບັນເທົາທຸກຈາກໄພພິບັດ ແລະ ປັບປຸງສະຫວັດດີການສັງຄົມ ໂດຍມີອົງການອາຫານໂລກ ແຫ່ງສະຫະປະຊາຊາດ ເປັນຜູ້ປະສານງານການກໍານົດເປົ້າໝາຍ ແລະ ການແຈກຢາຍໃນເວລາສຸກເສີນ.
ໂອກາດນີ້ ທ່ານ ຊຸໂຕມຸ ໂກອິຊູມິ ປະກາດຄວາມຊ່ວຍເຫຼືອດ້ານສະບຽງອາຫານສຸກເສີນ ແລະ ການຟື້ນຟູໃຫ້ແກ່ຊຸມຊົນທີ່ມີຄວາມສ່ຽງທີ່ໄດ້ຮັບຜົນກະທົບຈາກວິກິດການຕ່າງໆ ເຊັ່ນ: ໄພນໍ້າຖ້ວມ ແລະ ການຂາດແຄນສະບຽງອາຫານເນື່ອງມາຈາກການເພີ້ມຂຶ້ນຂອງອັດຕາເງິນເຟີ້ ແລະ ການອ່ອນຄ່າລົງຂອງເງິນຕາພາຍໃນ ທີ່ສຳນັກງານຂອງອົງການອາຫານໂລກ ທີ່ນະຄອນຫຼວງວຽງຈັນໃນມື້ນີ້. ອົງການອາຫານໂລກ ມີແຜນທີ່ຈະຈັດຊື້ເຂົ້າສານຈຳນວນ 440 ໂຕນ ແລະ ປາກະປ໋ອງ 90 ໂຕນ ທີ່ຜະລິດຢູ່ຍີ່ປຸ່ນ ແລະ ສົມທົບກັບທາງການລາວ ເພື່ອແຈກຢາຍສະບຽງອາຫານໃຫ້ແກ່ປະຊາຊົນປະມານ 38.000 ຄົນທີ່ຖືກຜົນກະທົບຈາກໄພພິບັດ ຍີ່ປຸ່ນ ມີສ່ວນສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການກຽມຄວາມພ້ອມ ແລະ ຕອບສະໜອງສະຖານະການສຸກເສີນຢູ່ສະເໝີ ເຊິ່ງລວມເຖິງການຕອບສະໜອງຄວາມຕ້ອງການຮີບດ່ວນ ຂອງຊູມຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ເງິນທຶນຈາກໂຄງການຊ່ວຍເຫຼືອດ້ານສະບຽງອາຫານ ຂອງລັດຖະບານຍີ່ປຸ່ນ ເພື່ອຂໍ້ລິເລີ່ມນີ້ມີປະມານ 1,3 ລ້ານໂດລາສະຫະລັດ.
ໂຄງການນີ້ມີຄວາມສຳຄັນຫຼາຍ ແລະ ມີຜົນກະທົບໃນທາງທີ່ດີເພາະຈະໃຫ້ການຊ່ວຍເຫຼືອໃນກໍລະນີຂາດແຄນສະບຽງອາຫານໃນລະດູແລ້ງ ແລະ ຫວັງເປັນຢ່າງຍິ່ງວ່າ ໂຄງການນີ້ຈະເປັນການຊ່ວຍເຫຼືອໃນຊ່ວງເວລາທີ່ຫຍຸ້ງຍາກລຳບາກ ສໍາລັບຊຸມຊົນທີ່ມີຄວາມສ່ຽງ ຍີ່ປຸ່ນ ໃນຖານະເປັນຄູ່ຮ່ວມມືຍຸດທະສາດຂອງລາວ ໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນການເສີມຂະຫຍາຍຄວາມຢືດຢຸ່ນຂອງລາວ ໂດຍຜ່ານການຮ່ວມມືຫຼາຍດ້ານກັບຫຼາຍອົງການເຊັ່ນ ອົງການອາຫານໂລກເປັນຕົ້ນ.
ໂຄງການນີ້ເປັນພຽງສ່ວນໜຶ່ງຂອງແຜນຍຸດທະສາດຂອງ ອົງການອາຫານໂລກ ເພື່ອເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ ຫຼຸດຜ່ອນການຂາດສານອາຫານ ແລະ ປັບປຸງຄວາມອາດສາມາດໃນການປັບຕົວໃນເຂດທີ່ມີຄວາມສ່ຽງຕໍ່ການປະສົບໄພພິບັດ ນອກເໜືອຈາກການຕອບສະຫນອງຄວາມຕ້ອງການແບບສຸກເສີນ, ຂໍ້ລິເລີ່ມນີ້ຍັງຊ່ວຍເສີມສ້າງລະບົບການຮັບມືກັບໄພພິບັດໃນທ້ອງຖິ່ນ ໂດຍການຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ທ່ານ ມາກ-ອານເດຣ ໂປຣສ ຜູ້ຕາງໜ້າ ອົງການອາຫານໂລກ ປະຈຳ ສປປ ລາວ ກ່າວວ່າ: “ອົງການອາຫານໂລກ ຮູ້ສຶກຂອບໃຈຕໍ່ການສະໜັບສະໜູນອັນເອື້ອເຟື້ອເພື່ອແຜ່ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນຊ່ວງເວລາທີ່ຄວາມທ້າທາຍຈາກດິນຟ້າອາກາດ ນັບມື້ນັບຮຸນແຮງຂຶ້ນ ແລະ ເຮັດໃຫ້ປະຊາຊົນລາວຫຼາຍຮ້ອຍຄອບຄົວຕົກຢູ່ໃນສະພາວະຄວາມຍາກລຳບາກ ດັ່ງທີ່ພວກເຮົາໄດ້ເຫັນໃນລະດູຝົນທີ່ຜ່ານມານີ້ ການປະກອບສ່ວນຂອງຍີ່ປຸ່ນ ຈະຮັບປະກັນວ່າຄອບຄົວເຫຼົ່ານີ້ ຈະບໍ່ອຶດຫິວໃນເວລາທີ່ໄພພິບັດເກີດຂຶ້ນ.
ທີ່ມາ: ວຽງຈັນໃໝ່