ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານລາວ ປະດັບຫລຽນກາມິດຕະພາບ ໃຫ້ທູດອິນໂດເນເຊຍ

Feb 24, 2026

ໃນຕອນບ່າຍວັນທີ 23 ກຸມພາ 2026 ຢູ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaningtyas) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ໃນໂອກາດທີ່ສໍາເລັດການປະຕິ ບັດໜ້າທີ່ການທູດຢູ່ ສປປ ລາວ.
May be an image of text
ໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຊຶ່ງໄດ້ຮັບການພັດທະ ນາ ແລະ ເສີມຂະຫຍາຍເປັນກ້າວໆໃນຫລາຍຂົງເຂດການຮ່ວມມືຕະຫລອດໄລຍະ 69 ປີ ຜ່ານມາ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 23 ສິງຫາ 1957, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດການປະຕິບັດໜ້າທີ່ຢ່າງຕັ້ງໜ້າ ຂອງທ່ານທູດຕະຫລອດໄລຍະ 2 ປີກວ່າຜ່ານມາ ແລະ ໄດ້ສໍາເລັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຢ່າງຈົບງາມ ແລະ ມີຜົນສໍາເລັດສູງໃນຫລາຍດ້ານ. ພິເສດ, ທ່ານທູດໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ເປັນຕົ້ນ ດ້ານການເມືອງ, ການສຶກສາ, ເສດຖະກິດ, ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນຂັ້ນຕ່າງໆ, ການໄປ-ມາຫາສູ່ລະ ຫວ່າງປະຊາຊົນສອງຊາດ, ການສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງລະຫວ່າງສອງປະ ເທດທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ໃນຂອບອາຊຽນ ໂດຍສະເພາະ ແມ່ນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ. ນອກຈາກນີ້, ທ່ານທູດ ຍັງໄດ້ອໍານວຍຄວາມສະດວກໃຫ້ຄະນະຜູ້ແທນນັກທຸລະກິດຂອງອິນໂດເນເຊຍ ເດີນທາງມາຢ້ຽມຢາມ ສປປ ລາວ ໃນທ້າຍເດືອນພະຈິກ 2025 ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ລະຫວ່າງສອງປະເທດ. ພ້ອມນີ້, ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມຫວັງວ່າ ທ່ານທູດຈະສືບຕໍ່ຊຸກຍູ້ສົ່ງເສີມການພົົວພັນຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະ ດ້ານ ການລົງທຶນ, ການຄ້າ, ພະລັງງານ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
May be an image of one or more people and text
ຍ້ອນເຫັນໄດ້ຜົນງານອັນໃຫຍ່ຫລວງດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຄຸນງາມຄວາມດີ ທີ່ທ່ານທູດໄດ້ອຸທິດເຫື່ອແຮງ ແລະ ສະ ຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ ແລະ ອິນໂດເນເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນຕະ ຫລອດການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ.
ໂອກາດດຽວກັນ, ທ່ານທູດກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ, ພ້ອມທັງຢືນຢັນຈະສືບຕໍ່ ໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ອິນໂດເນເຊຍ ແລະ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ. ພິເສດ, ໃນປີ 2027 ສອງປະເທດ ກໍຈະຮ່ວມກັນສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ.