ໃນວັນທີ 17 ກຸມພາ 2026, ທີ່ນະຄອນຫລວງວຽງຈັນ ລັດຖະບານລາວ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ຈັດກອງປະຊຸມທົບທວນການຮ່ວມມື ປະຈຳປີ 2025, ປຶກສາຫາລືວຽກບຸລິມະສິດໃນຕໍ່ໜ້າ ແນໃສ່ສ້າງຄວາມ ເຂັ້ມແຂງໃຫ້ແມ່ຍິງ ແລະ ໄວໜຸ່ມ ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງ ການເງິນ ແລະ ທ່ານ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຜົນສຳເລັດໃນການຈັດຕັ້ງປະຕິບັດຄາດໝາຍຕ່າງໆໃນປີ 2025 ຜ່ານມາ; ພ້ອມທັງເນັ້ນໜັກເຖິງບົດບາດຂອງການເປັນຄູ່ຮ່ວມງານທີ່ເຂັ້ມແຂງ ໃນການຊຸກຍູ້ການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງຢູ່ລາວ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືກຳນົດທິດທາງຍຸດທະສາດຂອງການ ຮ່ວມມືລະຫວ່າງອົງການ UNFPA ແລະ ລັດຖະບານລາວໃນປີ 2026, ເຊິ່ງເປັນປີມ້ວນທ້າຍຂອງແຜນງານ ສະບັບປັດຈຸບັນ. ພົ້ນເດັ່ນໄດ້ຄັ້ງນີ້ ປຶກສາຫາລືຮ່ວມອົງການລັດທີ່ກ່ຽວຂ້ອງ ເພື່ອຮ່ວມກັນກຳນົດແຜນດຳເນີນງານ ແລະ ໜ້າວຽກບຸລິມະສິດໃນແຜນການຮ່ວມມື ຄັ້ງທີ 8 ແຕ່ປີ 2027 ຫາ 2031.
ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ຍົກໃຫ້ເຫັນຄວາມຄືບໜ້າໃນການປັບປຸງ ການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງບົນພື້ນຖານທາງເພດ, ການແກ້ໄຂບັນດາຮີດຄອງປະເພນີທີ່ບໍ່ສອດຄ່ອງ, ຜົນສຳເລັດໃນການຈັດຕັ້ງປະຕິບັດຂະບວນການລົງເກັບກຳຂໍ້ມູນພາກສະໜາມຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025.

ທ່ານ ບັກທີຢໍ ກ່າວວ່າ: ພາຍໃຕ້ການຊີ້ນໍາ ນຳພາຂອງລັດຖະບານລາວ, ການຮ່ວມມືລະຫວ່າງອົງການ UNFPA ແລະບັນດາຄູ່ຮ່ວມງານພາກລັດ ສາມາດບັນລຸຄາດໝາຍທີ່ສຳຄັນຫຼາຍດ້ານ, ໃນນັ້ນລວມເຖິງການຮັບຮອງເອົາຂໍ້ຮຽກຮ້ອງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ແລະ ການສ້າງຕັ້ງກົນໄກການປະສານງານລະດັບຊາດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະ ນາ ໃນຂົງເຂດວຽກງານສຸຂະພາບຈະເລີນພັນ, ສຸຂະພາບທາງເພດ ແລະ ສິດທິ, ອົງການ UNFPA ໄດ້ໃຫ້ ການຊ່ວຍເຫຼືອດ້ານວິຊາການ ແກ່ບັນດາຄູ່ຮ່ວມງານພາກລັດ ໃນການຂະຫຍາຍການບໍລິການວາງແຜນຄອບຄົວ, ການບໍລິການສຸຂະພາບທີ່ເປັນມິດກັບໄວໜຸ່ມ ແລະ ເພດສຶກສາ, ເຊິ່ງຊ່ວຍໃຫ້ແມ່ຍິງ ແລະ ໄວໜຸ່ມຈຳນວນຫຼາຍ ສາມາດຕັດສິນໃຈກ່ຽວກັບສຸຂະພາບ ແລະ ອະນາຄົດຂອງເຂົາເຈົ້າໂດຍມີຂໍ້ມູນທີ່ຄົບຖ້ວນ.
ທ່ານ ບັກທີຢໍ ຍັງໄດ້ກ່າວຕື່ມວ່າອົງການ UNFPA ພ້ອມດ້ວຍລັດຖະບານ ແລະ ພາກສ່ວນກ່ຽວຂ້ອງໄດ້ ຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ແກ່ການປ້ອງກັນ ແລະ ການຕອບໂຕ້ຄວາມຮຸນແຮງທາງເພດ ແລະ ຮີດຄອງ ປະເພນີທີ່ບໍ່ສອດຄອງຜ່ານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ການສະໜອງບໍລິການ ແລະ ການມີສ່ວນ ຮ່ວມຂອງຊຸມຊົນ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງສະພາບ ແວດລ້ອມທີ່ປອດໄພ ແລະ ເອື້ອອຳນວຍໃຫ້ ແກ່ແມ່ຍິງ ແລະ ເດັກຍິງ ຢູ່ ສປປ ລາວ. ໃນຜົນສຳເລັດທີ່ພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດຂະບວນການສຳ ຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025; ເຊິ່ງຜົນການສຳຫຼວດດັ່ງກ່າວຄາດວ່າຈະໄດ້ຮັບການເຜີຍແຜ່ໃນທ້າຍປີນີ້ ແລະ ຈະສະໜອງຂໍ້ມູນທີ່ມີຄຸນນະພາບສູງ ເພື່ອເປັນບ່ອນອີງໃນການວາງແຜນ ແລະ ການຕັດສິນໃຈຂອງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ, ເຊິ່ງຈະສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ ທີ່ອີງໃສ່ຫຼັກຖານຕົວຈິງ ແລະ ຮັບປະກັນວ່າຈະບໍ່ມີໃຜຖືກປ່ອຍປະໄວ້ທາງຫຼັງ.


