ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານລາວ ແລະ ທະນາຄານພັດທະນາອາຊີ (ADB) ຮ່ວມລົງນາມໃນສັນຍາການສະໜອງທຶນ ສຳລັບໂຄງການລະບົບອາຫານ ແລະ ກະສິກຳແບບຍືນຍົງ.

Jul 25, 2025

ລັດຖະບານລາວ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ຮ່ວມລົງນາມໃນສັນຍາການສະໜອງທຶນ ສຳລັບ ໂຄງການລະບົບອາຫານ ແລະ ກະສິກຳແບບຍືນຍົງ ໃນວັນທີ 23 ກໍລະກົດ 2025 ໂດຍການລົງນາມລະຫວ່າງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ແຊນນີ ແຄມເບວ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກ ລັດຖະ ບານລາວ, ທູດສະຫະພາບເອີຣົບ ປະຈຳ ລາວ ແລະ ພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ.
ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ໃຫ້ຮູ້ວ່າ: ໂຄງການລະບົບອາຫານ ແລະ ກະສິກຳແບບຍືນຍົງ ຈະສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການເລັ່ງການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ສ້າງຜົນປະໂຫຍດໃຫ້ແກ່ບັນດາຄົວເຮືອນ ແລະ ທຸລະກິດກະສິກຳ. ໂຄງການດັ່ງກ່າວ ຈະປະຕິບັດຢູ່ບັນແຂວງທາງພາກໃຕ້ ເຊັ່ນ: ແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງພາກເໜືອ ເຊັ່ນ: ຫົວພັນ, ຜົ້ງສາລີ ແລະ ແຂວງໄຊຍະບູລີ. ພ້ອມນີ້, ສິນຄ້າຍຸດທະສາດທີ່ມີມູນຄ່າສູງ ເປັນຕົ້ນ ໄມ້ໄຜ່, ກາເຟ, ຖົ່ວລຽນ, ມັນຕົ້ນ ປູກແບບຍືນຍົງ ແລະ ຊາ ຈະໄດ້ຮັບການສະໜັບສະໜູນເພີ່ມເຕີມ ເພື່ອເພີ່ມມູນຄ່າກ່ອນທີ່ຈະຖືກສົ່ງອອກ.
ໂຄງການດັ່ງກ່າວ, ຈະໄດ້ຮັບການສະໜັບສະໜູນເງິນທຶນໃນມູນຄ່າ 50 ລ້ານໂດລາສະຫະລັດຈາກ ADB, ກອງທຶນພື້ນຖານໂຄງລ່າງອາຊຽນ ແລະ European Union-ASEAN Catalytic Green Finance Facility ພ້ອມທັງທຶນຊ່ວຍເຫລືອລ້າ ມູນຄ່າ 13 ລ້ານໂດລາສະຫະລັດ ຈາກກອງທຶນພັດທະນາອາຊີ ແລະ ກອງທຶນດິນຟ້າອາກາດສີຂຽວ.
ໂຄງການລະບົບອາຫານ ແລະ ກະສິກຳແບບຍືນຍົງ, ຈະຊ່ວຍປັບປຸງ ຄວາມທົນທານຕໍ່ສະພາບດິນຟ້າອາກາດ ຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການ ແລະ ລາຍຮັບຂອງຄົວເຮືອນໃນ ສປປ ລາວ, ພ້ອມທັງຈະເສີມຂະ ຫຍາຍລະບົບອາຫານກະສິກຳ ທີ່ມຸ່ງອອກສູ່ຕະຫລາດພາຍໃນ ແລະ ສົ່ງອອກສິນຄ້າທີ່ມີມູນຄ່າສູງ.