ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານວາງວິໄສທັດຮັກສາເນື້ອທີ່ດິນກະສິກຳ 4,5 ລ້ານເຮັກຕາ ຫຼື 19% ຂອງເນື້ອທີ່ດິນທົ່ວປະເທດ.

Nov 25, 2024

ໃນໂອກາດສະເໜີ ຮ່າງວິໄສທັດ ຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ຕໍ່ກອງສະໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX, ໃນຕອນເຊົ້າວັນທີ 25 ພະຈິກ 2024 ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນປີ 2017 ຄະນະບໍລິຫານງານສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 026/ຄບສພ, ລົງວັນທີ 03 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານ ຄຸ້ມການຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ຊຶ່ງມະຕິດັ່ງກ່າວໄດ້ ເລັ່ງໃສ່ກຳນົດແຜນຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນແຕ່ລະປະເພດ ໃຫ້ສົມເຫດສົມຜົນ ໂດຍຮັກສາເນື້ອທີ່ປ່າໄມ້ກວມ 70% ຂອງເນື້ອທີ່ທົ່ວປະເທດ.
ໃນປີ 2018, ສະພາແຫ່ງຊາດ ໄດ້ຮັບຮອງເອົາ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ສະບັບເລກທີ 098/ສພຊ ລົງວັນທີ 28 ມິຖຸ ນາ 2018 ຊຶ່ງແຜນແມ່ບົດດັ່ງກ່າວ ໄດ້ແບ່ງທີ່ດິນໃນ ສປປ ລາວ ອອກເປັນ 8 ປະເພດ. ໃນນັ້ນ, ທີ່ດິນກະສິກຳ ມີເນື້ອທີ່ ປະມານ 4,5 ລ້ານເຮັກຕາ ຫລື 19% ຂອງເນື້ອທີ່ດິນທົ່ວປະເທດ ຊຶ່ງຂະ ແໜງກະສິກຳ ໄດ້ກຳນົດທີ່ດິນ ດັ່ງກ່າວອອກເປັນ 4 ປະເພດການນໍາໃຊ້ດິນ ຄື: ເນື້ອທີ່ດິນນາ 2 ລ້ານເຮັກຕາ, ກວມເອົາ 44%; ເນື້ອທີ່ດິນປູກພືດລົ້ມລຸກ ຫລື ພືດອາຍຸສັ້ນ 1 ລ້ານເຮັກຕາ, ກວມ ເອົາ 22%; ເນື້ອທີ່ດິນປູກໄມ້ໃຫ້ໝາກ ຫລື ພືດອາຍຸຍາວ 0,8 ລ້ານເຮັກຕາ, ກວມເອົາ 18% ແລະ ເນື້ອທີ່ດິນທົ່ງຫຍ້າລ້ຽງສັດ 0,7 ລ້ານເຮັກຕາ, ກວມເອົາ 16% ຂອງເນື້ອທີ່ດິນກະສິກຳໃນທົ່ວປະເທດ.
ນອກຈາກນີ້ ລັດຖະບານໄດ້ສໍາເລັດ ການກຳນົດວາງແຜນນໍາໃຊ້ທີ່ດິນກະສິກຳແບບມີສ່ວນ ຮ່ວມຂັ້ນບ້ານ; ການສໍາຫລວດຂອບເຂດ ແລະ ປະເມີນຄຸນນະພາບດິນນາ ເຂດຊົນລະປະທານ; ໄດ້ປັກຫລັກໝາຍ ເຂດສະຫງວນ ສໍາລັບດິນຜະລິດກະສິກຳ; ໄດ້ສ້າງຊາວນາ ແລະ ຄອບຄົວຕົວແບບ ແລະ ສໍາເລັດສ້າງຂໍ້ຕົກລົງ ແລະ ນິຕິກຳຂອງກະຊວງໄດ້ຈຳນວນໜຶ່ງ ແລະ ອື່ນໆ.