ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານເຢຍລະມັນ ໃຫ້ຄຳໝັ້ນສັນຍາ ຈະສະໜອງການຊ່ວຍເຫຼືອໃໝ່ແກ່ ສປປ ລາວ ມູນຄ່າ 41 ລ້ານເອີໂຣ

Oct 2, 2024

ລັດຖະບານເຢຍລະມັນ ໃຫ້ຄຳໝັ້ນສັນຍາ ຈະສະໜອງກາຊ່ວຍເຫຼືອໃໝ່ ມູນຄ່າ 41 ລ້ານເອີໂຣ (ຫລື ປະມານ 1,011 ຕື້ກີບ) ໃຫ້ແກ່ ສປປ ລາວ ເພື່ອສະໜັບສະໜູນໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຊຸກຍູ້ການພັດທະນາ.
ການ​ສະໜັບສະໜູນນີ້ ​ແມ່ນ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ລະຫວ່າງ​ສອງ​ລັດຖະບານ​ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ພັດທະນາ. ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເບີ​ລິນ ປະ​ເທດ​ເຢຍ​ລະ​ມັນ​ໃນ​ລະ​ຫວ່າງ​ວັນ​ທີ 17-18 ກັນ​ຍາ 2024, ຕາມ​ຖະ​ແຫຼງ​ການ​ຢ່າງ​ເປັນ​ທາງ​ການ.
ກົມ​ຮ່ວມ​ມື​ສາສາກົນ, ກະຊວງ​ແຜນການ ​ແລະ ການ​ລົງລົງທຶນຂອງລາວ ໃຫ້ຮູ້ວ່າ: ໃນ​ສ່ວນ​ຂອງ​ການ​ເຈລະຈາ, ລັດຖະບານ​ເຢຍລະ​ມັນ​ໄດ້​ດຳ​ເນີນ​ການ​ສະໜອງ​ທຶນ​ໃໝ່​ໃຫ້​ແກ່​ລັດຖະບານ ສປປ ລາວ 41,000,000 ​ເອີ​ໂຣ ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເຕັກນິກ ​ແລະ ການ​ເງິນ​ສອງ​ຝ່າຍ. ການຊ່ວຍເຫຼືອນີ້ ປະກອບມີ 20 ລ້ານເອີໂຣ ສໍາລັບໂຄງການຮ່ວມມືດ້ານການເງິນ ແລະ 21 ລ້ານເອີໂຣສໍາລັບໂຄງການຮ່ວມມືດ້ານວິຊາການ.
ສໍາລັບການ​ຊ່ວຍ​ເຫຼືອ​ທີ່​ເຢຍລະ​ມັນ​ ທີ່ມີ​ຕໍ່​ລາວ​ ແມ່ນມີມານັບ​ແຕ່​ປີ 1964 ແລະ ເປັນ 60 ປີ​ແຫ່ງ​ການ​ຮ່ວມ​ມື​ໄດ້​ສ້າງ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 2 ປະ​ເທດ.
Cr: VientianeTimes, Via FM90
May be an image of 4 people and text