ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານ ຈະສືບຕໍ່ປະຕິບັດຫຼາຍມາດຕະການ ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

Nov 18, 2024

ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 18 ພະຈິກ 2024 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 10 ເດືອນ ຂອງປີນີ້ ລັດຖະບານສາມາດຈັດເກັບລາຍຮັບໄດ້ທັງໝົດໄດ້ 46,174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ ຫຼື ເທົ່າກັບ 15.72% ຂອງ GDP, ເພີ່ມຂຶ້ນ 40% ເມື່ອທຽບໃສ່ປີຜ່ານມາ, ຄາດວ່າ ໝົດປີ 2024 ນີ້ ຈະເກັບໃຫ້ໄດ້ 55 ພັນຕື້ກວ່າກີບ ເທົ່າກັບ 110% ຂອງແຜນການປີ, ເປັນເງິນ 5,011 ຕື້ກີບ ເທົ່າກັບ 18.76% ຂອງ GDP (ມະຕິສະພາ 17%) ໃນນີ້ ບໍ່ລວມລາຍຮັບວິຊາການ ແລະ ກອງທຶນທີ່ສະເໜີດັດແກ້ 941 ຕື້ກີບ.
ທ່ານໃຫ້ຮູ້ຕື່ມວ່າ: ການເກັບລາຍຮັບເຂົ້າງົບປະມານມີທ່າອ່ຽງເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນ ຍ້ອນການຂະຫຍາຍຕົວ ຂອງເສດຖະກິດພາຍໃນ, ການເປີດປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານອາຊຽນທີ່ ສປປ ລາວ ເປັນເຈົ້າພາບ, ສັດສ່ວນການລົງທຶນຂອງຕ່າງປະເທດ ກໍມີທ່າອ່ຽງເພີ່ມຂຶ້ນ, ຫຼາຍກິດຈະການ ກໍມີທ່າອ່ຽງຂະຫຍາຍຕົວ ບວກກັບການຈັດຕັ້ງປະຕິບັດບັນດາມາດຕະການ ແລະ ນິຕິກຳ ທີ່ເປັນການຜັນຂະຫຍາຍວາລະແຫ່ງຊາດ, ການອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ, ການປັບປຸງນິຕິກຳ, ການບັງຄັບໃຊ້ກົດໝາຍ ແລະ ການຄຸ້ມຄອງການເກັບລາຍຮັບເປັນທັນສະໄໝ ເຮັດໃຫ້ການເກັບລາຍຮັບເພີ່ມຂຶ້ນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເປັນຕົ້ນການຂະຫຍາຍຕົວຂອງເສດຖະກິດ ເຫັນວ່າເປັນປັດໄຈພື້ນຖານ ເຮັດໃຫ້ຫຼາຍກິດຈະການ ມີທ່າອ່ຽງທີ່ເພີ່ມຂຶ້ນເປັນຕົ້ນ: ລາຍຮັບກິດຈະການຂົນສົ່ງ 142%, ໂຮງແຮມ-ບ້ານພັກ ເພີ່ມຂຶ້ນ 97%, ພາຫະນະ 91%, ບັນເທິງ ແລະ ຫວຍ 85%, ໄຟຟ້າ 60%, ການຄ້າ 60%, ນໍ້າມັນເຊື້ອໄຟ 57%, ທະນາຄານ ແລະ ການປະກັນໄພ 44%, ບໍ່ແຮ່ 45%, ຜະລິດເຄື່ອງດື່ມ 37% ແລະ ອື່ນໆ; ສາມາດຄຸ້ມຄອງເກັບລາຍຮັບ ທີ່ເປັນສະກຸນເງິນຕາຕ່າງປະເທດໄດ້ 438.9 ລ້ານໂດລາ ແລະ 1,251.3 ລ້ານບາດ ລວມເປັນເງິນກີບ 10,155 ຕື້ກີບ ເທົ່າກັບ 21% ຂອງແຜນລາຍຮັບທັງໝົດ ແລະ ເປັນເງິນໂດລາ ເພີ່ມຂຶ້ນ 32% ແລະ ເງິນບາດເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ສຳລັບການຈັດຕັ້ງປະຕິບັດລາຍຈ່າຍ 10 ເດືອນ 2024 ປະຕິບັດໄດ້ 41,512 ຕື້ກີບ ເທົ່າກັບ 68% ຂອງແຜນການປີ, ໃນນັ້ນຂັ້ນສູນກາງປະຕິບັດໄດ້ 32,420 ຕື້ກີບ ເທົ່າກັບ 67% ແລະ ຂັ້ນທ້ອງຖິ່ນປະຕິບັດໄດ້ 9,092 ຕື້ກີບ ເທົ່າກັບ 70% ຂອງແຜນການປີ; ຄາດຄະເນລາຍຈ່າຍໝົດປີ ຈະສູ້ຊົນປະຕິບັດບໍ່ເກີນກອບເພດານແຜນລາຍຈ່າຍ ທີ່ສະພາແຫ່ງຊາດຮັບຮອງ ບົນຈິດໃຈປະຢັດ ແລະ ຕ້ານການຟຸ່ມເຟືອຍ ໃນນີ້ ຍັງບໍ່ທັນລວມການຂໍດັດແກ້ລາຍຈ່າຍວິຊາການ ແລະ ກອງທຶນ 941 ຕື້ກີບ.