ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານ ຕ້ອງເອົາໃຈໃສ່ແກ້ໄຂຫລາຍບັນຫາເຄັ່ງຮ້ອນຂອງສັງຄົມຢ່າງຈິງຈັງ

Jun 10, 2025

ທ່ານ ມາຍຟອງ ມາຍຊາຍ ສສຊ ເຂດເລືອກຕັ້ງ 12 ແຂວງຄໍາມ່ວນ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 9 ມິຖຸນາ 2025 ນີ້ ວ່າ: ໃນ 6 ເດືອນຕົ້ນປີນີ້ເສດຖະກິດຂອງປະເທດມີທ່າກ້າວຂະຫຍາຍຕົວ ດ້ວຍທ່ວງທ່າທີ່ໜ້າເພິ່ງພໍໃຈ ດ້ວຍອັດຕາການເຕີບໂຕທາງເສດຖະກິດ ໃນໄຕມາດທີ 1 ຂອງປີ 2025 ໃນລະດັບ 4,5%.
ຢ່າງໃດກໍຕາມ ການເຕີບໂຕດ້ານເສດຖະກິດໃນລະດັບ 4,5% ນີ້ ໂດຍສະເພາະແມ່ນລາຍຮັບຂອງລັດຖະບານ ສ່ວນໃຫ່ຍແມ່ນຍັງອາໄສລາຍໄດ້ຈາກການຂຸດຄົ້ນແຮ່ທາດທຳມະຊາດສົ່ງອອກຂາຍເປັນວັດຖຸດິບ, ສ່ວນລາຍຮັບ ຫລື ການເຕີບໂຕດ້ານເສດຖະກິດ ຈາກການຜະລິດພາຍໃນ ແມ່ນຍັງມີໜ້ອຍຫລາຍ.
ສະນັ້ນ, ສະເໜີໃຫ້ລັດຖະບານ ລອງປະເມີນຄືນເບິ່ງວ່າ ຖ້າເຮົາບໍ່ຄິດໄລ່ລາຍຮັບຈາກການຂຸດຄົ້ນແຮ່ທາດສົ່ງອອກຂາຍຕ່າງປະເທດນັ້ນ ອັດຕາການເຕີບໂຕດ້ານເສດຖະກິດ ທີ່ເກີດຈາກການຜະລິດພາຍໃນ ຈະເປັນຈັກເປີເຊັນແທ້?, ການພັດທະນາເສດຖະກິດທີ່ອາໄສແຫລ່ງລາຍຮັບຈາກການສົ່ງແຮ່ທາດຂາຍອອກໄປຕ່າງປະເທດນີ້ ມັນກົງກັນຂ້າມກັບແນວທາງນະໂຍບາຍ ຫລື ຄໍາຂັວນ ຂອງພັກ-ລັດທີ່ວາງໄວ້ວ່າ: ການພັດທະນາເສດຖະກິດ-ສັງຄົມ ຕ້ອງໄປຕາມທິດຍືນຍົງ ແລະ ສີຂຽວ ເນື່ອງຈາກວ່າ ການຂຸດຄົ້ນແຮ່ທາດທໍາມະຊາດ ສົ່ງອອກຂາຍນັ້ນ ມັນໝົດແລ້ວກໍຈະໝົດໄປ ຈຶ່ງບໍ່ມີລັກສະນະຍືນຍົງ. ເໜີໃຫ້ລັດຖະບານ ພິຈາລະນາຢຸດຕິການອະນຸມັດໂຄງການຂຸດຄົ້ນແຮ່ທາດຕ່າງໆ ລວມທັງແຮ່ຫາຍາກ ທີ່ກຳລັງດຳເນີນໄປໃນຂະນະນີ້.
ແຕ່ຖ້າຢາກສືບຕໍ່ຂຸດຄົ້ນ ກໍສະເໜີໃຫ້ຕັ້ງໂຮງງານເພື່ອນຳເອົາແຮ່ທາດຕ່າງໆນັ້ນ ມາຜະລິດເປັນສິນຄ້າສົ່ງອອກ ເພື່ອເພີ່ມມູນຄ່າໃຫ້ຊັບພະຍາກອນທຳມະຊາດຖືກນຳໃຊ້ຢ່າງຄຸ້ມຄ່າ ແລະ ມີຄວາມຍືນຍົງ, ພ້ອມທັງສ້າງລາຍຮັບໃຫ້ປະເທດຊາດຫລາຍຂຶ້ນກວ່າເກົ່າ.
ສໍາລັບການຂຸດຄົ້ນແຮ່ທາດທໍາມະຊາດສົ່ງຂາຍອອກຕ່າງປະເທດ ຍັງຂັດກັບແນວທາງພັດທະນາເສດຖະກິດໄປຕາມທິດສີຂຽວ ເພາະມັນສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ສິ່ງແວດລ້ອມ ເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ, ແມ່ນໍ້າລຳເຊ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ສັດລ້ຽງຕາຍ, ປະຊາຊົນຈົ່ມວ່າ ເນື່ອງຈາກກະທົບຕໍ່ເນື້ອທີ່ທຳມາຫາກິນຂອງປະຊາຊົນ, ເຮັດໃຫ້ຖະໜົນຫົນທາງຖືກທໍາລາຍ ໂດຍບໍ່ມີການປົວແປງ, ສົ່ງຜົນສະທ້ອນເຖິງການຄົມມະນາຄົມຂົນສົ່ງໄປມາຂອງປະຊາຊົນ. ສະນັ້ນ, ສະເໜີໃຫ້ລັດຖະບານ ພິຈາລະນາຢຸດຕິ ການອະນຸມັດການຂຸດຄົ້ນແຮ່ທາດທຳມະຊາດ ທີ່ກຳລັງດຳເນີນໄປໃນຂະນະນີ້ ຫລື ໃຫ້ປະເມີນຄືນຜົນກະທົບຕ່າງໆ ແລ້ວ ຊັ່ງຊາຄືນຜົນໄດ້-ຜົນເສຍທີ່ຈະຕາມມາ.
ທ່ານ ມາຍຟອງ ມາຍຊາຍ ກ່າວອີກວ່າ: ເຖິງວ່າອັດຕາການເຕີບໂຕດ້ານເສດຖະກິດໃນໄຕມາດທີ 1 ຂອງປີ 2025 ແມ່ນສູງເຖິງ 4,5% ແລະ ອັດຕາເງິນເຟີ້ ຫລຸດລົງເລື້ອຍໆ ຈາກ 24,77% ໃນໄລຍະດຽວກັນຂອງປີ 2024 ລົງເປັນ 11,1% ໃນປີ 2025, ແຕ່ປະກົດວ່າ ຊິວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ, ປະຊາຊົນບັນດາເຜົ່າ ຍັງຫຍຸ້ງຍາກຝືດເຄືອງ, ລາຄາສິນຄ້າທຸກຢ່າງ ນັບມື້ແພງຂຶ້ນເລື້ອຍໆ ລວມທັງຄ່າໄຟຟ້າ ກໍແພງຂຶ້ນບໍ່ສົມຄູ່ກັບລາຍຮັບຂອງປະຊາຊົນ ແລະ ລາຄາໄຟຟ້າ ຍັງມີທ່າອ່ຽງວ່າຈະເພີ່ມຂຶ້ນໄປເລື້ອຍໆໃນແຕ່ລະເດືອນ. ສະນັ້ນ, ສະເໜີໃຫ້ລັດຖະບານ ພິຈາລະນາເບິ່ງວ່າ ເປັນຫຍັງຈຶ່ງເປັນແນວນີ້ (ເສດຖະກິດມີການເຕີບໂຕ, ໄພເງິນເຟີ້ຫລຸດລົງ ແຕ່ປະຊາຊົນຍັງພົບກັບຄວາມຫຍຸ້ງຍາກດ້ານການດຳລົງຊີວິດ ອັນເນື່ອງມາຈາກລາຄາສິນຄ້າ ແລະ ຄ່າໄຟທີ່ແພງຂຶ້ນເລື້ອຍໆ).
May be an image of 6 people, newsroom and text