ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກ 2024 ວ່າ: ລັດຖະບານ ໄດ້ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ດ້ວຍການປະຕິບັດນະໂຍບາຍເງິນຕາແບບຮັດກຸມຫຼາຍຂຶ້ນ, ດໍາເນີນນະໂຍບາຍອັດຕາແລກ ປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ເພື່ອບໍ່ໃຫ້ອັດຕາແລກປ່ຽນຜັນຜວນແຮງ, ສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານ, ຄົ້ນຄວ້າສ້າງລະບົບຄວບຄຸມລາຄາສິນຄ້າ, ນໍາໃຊ້ນະໂຍບາຍທາງດ້ານການຄ້າ ເພື່ອຈຳກັດການນໍາເຂົ້າສິນຄ້າຟູມເຟືອຍ ແລະ ພາຫະນະທາງບົກທີ່ມີມູນຄ່າ ນັບແຕ່ 50,000 ໂດລາສະຫະລັດຂຶ້ນໄປ ຄຽງຄູ່ກັບການເຂັ້ມງວດຕ້ານ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ອັດຕາເງິນເຟີ້ ແມ່ນຫຼຸດລົງຫຼາຍ, ສະເລ່ຍ 10 ເດືອນ ຢູ່ໃນລະດັບ 24.4%, ຊຶ່ງໃນທ້າຍປີ 2024 ຄາດວ່າຈະບໍ່ເກີນ 20% (ອັດຕາເງິນເຟີ້ສະເລ່ຍ ປີ 2023 ແມ່ນ 31.23%).
ພ້ອມນີ້ ແມ່ນສາມາດຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບຫຼາຍຂຶ້ນ ໃນນີ້: ສາມາດຄວບຄຸມປະລິມານເງິນ M2 ໂດຍສະເພາະອົງປະກອບປະລິມານເງິນທີ່ເປັນເງິນກີບ ໄດ້ໃນລະດັບແນ່ນອນພໍສົມຄວນ ດ້ວຍການນໍາໃຊ້ອັດຕາດອກເບ້ຍອ້າງອີງຂອງທະນາຄານ ແຫ່ງ ສປປ ລາວ, ການພິມຈຳໜ່າຍພັນທະບັດ ແລະ ລວມສູນບັນຊີຄັງເງິນຢູ່ທະນາຄານ ແຫ່ງ ສປປ ລາວ ເພື່ອຄຸ້ມຄອງສະພາບຄ່ອງ ເງິນຕາໃນລະບົບທະນາຄານໃຫ້ຢູ່ໃນລະດັບທີ່ເໝາະສົມ ເຮັດໃຫ້ M2 ຂະຫຍາຍຕົວຫຼຸດລົງມາຢູ່ໃນລະດັບ 22.13% ໃນເດືອນຕຸລາ 2024 ແລະ ຄາດວ່າ ຮອດທ້າຍປີ 2024 ຈະຫຍາຍຕົວບໍ່ເກີນ 25%.
ທ່ານ ນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ລັດຖະບານໄດ້ນໍາໃຊ້ 3 ມາດຕະການຕົ້ນ ຕໍໃນການຄວບຄຸມອັດຕາແລກປ່ຽນ ຄື: 1). ປັບປຸງກົນໄກການກໍານົດອັດຕາແລກ ປ່ຽນໃນແຕ່ລະໄລຍະ; 2) ສ້າງຕັ້ງຕະຫຼາດແລກປ່ຽນເງິນຕາແບບອີເລັກໂຕຣນິກ (LFX) ດ້ວຍ ການຮ່ວມທຶນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ກັບ ທະນາຄານທຸລະກິດ 11 ແຫ່ງ ເພື່ອຮັບໃຊ້ສັງຄົມ ແນໃສ່ການຈໍາກັດ ແລະ ຕີຖອຍການແລກ ປ່ຽນນອກລະບົບທະນາຄານແບບຊະຊາຍ; 3). ໄດ້ເລີ່ມຄົ້ນຄວ້າປັບປຸງກົນໄກ ແລະ ລະບຽບການຄຸ້ມຄອງທະນາຄານຄໍາ, ຮ້ານຂາຍຄໍາ ແລະ ວັດຖຸມີຄ່າ ກໍ່ຄືບັນດາຫົວ ໜ່ວຍເສດຖະກິດທີ່ກ່ຽວຂ້ອງ ເພື່ອປະກອບສ່ວນເຮັດໃຫ້ເສດຖະກິດ-ເງິນຕາ ມີຄວາມເຂັ້ມແຂງ.
ຈາກການປະຕິບັດບັນດາມາດຕະການດັ່ງກ່າວ ສາມາດເຮັດໃຫ້ການອ່ອນຄ່າຂອງເງິນກີບທຽບໂດລາສະຫະ ລັດ ສະເລ່ຍ 10 ເດືອນປີ 2024 ຫຼຸດລົງຈາກ ອັດຕາ 23.46% ໃນປີ 2023 ມາເປັນ 13%; ພ້ອມນີ້ ຍັງເຮັດໃຫ້ສ່ວນຕ່າງອັດຕາແລກ ປ່ຽນລະຫວ່າງທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບທີ່ຂະຫຍາຍກວ້າງອອກຫຼາຍກວ່າ 10% ໃນໄຕມາດ 1-2 ໄດ້ຄ່ອຍໆ ຫຍັບໃກ້ເຂົ້າມາຢູ່ໃນລະດັບຕໍ່າກວ່າ 3% ນັບແຕ່ເດືອນ 9 ເປັນຕົ້ນມາ.



