ໃນຕອນບ່າຍຂອງວັນທີ 8 ກັນຍາ 2025 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ປະດັບຫຼຽນກາມິດຕະພາບໃຫ້ທ່ານທູດ ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະ 2 ປີ 9 ເດືອນຢ່າງສະຫງ່າງາມ ແລະ ມີຜົນສໍາເລັດສູງຫຼາຍດ້ານ, ພິເສດ ທ່ານ ທູດ ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ ເປັນຕົ້ນແມ່ນ: ວຽກງານປະສານສົມທົບ ແລະ ຊຸກຍູ້ໃຫ້ມີການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ຂອງ ລາວ ແລະ ໄທ ລວມທັງບັນດາກົນໄກການຮ່ວມມືຕ່າງໆ ນັບແຕ່ສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ ປະກອບສ່ວນຊຸກຍູ້ລັດຖະບານ ແຫ່ງ ຣາຊະອານາຈັກໄທ ໃນການສະໜັບສະໜູນຫຼາຍໂຄງການ, ມີການດໍາເນີນງານຢ່າງຕັ້ງໜ້າ ແລະ ປະສົບຜົນສໍາເລັດ ເປັນຕົ້ນແມ່ນ: ໂຄງການພັດທະນາພື້ນຖານໂຄງລ່າງ, ການເຊື່ອມໂຍງເຊື່ອມຈອດ, ການພັດທະນາບຸກຄະລາກອນ ແລະ ການສະໜັບສະໜູນວັດຖຸອຸປະກອນເຄື່ອງມືຕ່າງໆ ໃນຫຼາຍຂະແໜງການ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງຄວາມພ້ອມ ແລະ ສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາ ຂອງ ສປປ ລາວ. ພ້ອມນີ້, ທ່ານ ນາງ ມໍລະກົດ ສີສະຫວັດ ຍັງໄດ້ມີຄວາມພະຍາຍາມໃນການໂຄສະນາເຜີຍແຜ່ ເພື່ອສົ່ົງເສີມການລົງທຶນ ພ້ອມທັງຈັດກິດຈະກໍາສໍາມະນາທາງທຸລະກິດ, ງານວາງສະແດງສິນຄ້າ ແລະ ບັນຍາຍໃນໂອກາດຕ່າງໆ ເພື່ອແນ່ໃສ່ດຶງດູດການລົງທຶນຂອງໄທເຂົ້າມາໃນ ສປປ ລາວ ນັບມື້ນັບຫຼາຍຂຶ້ນ.

ຍ້ອນເຫັນໄດ້ຜົນງານອັນໃຫຍ່ຫຼວງ ແລະ ຜົນສໍາເລັດດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງເຫັນດີຕົກລົງມອບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ຕະຫຼອດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນຂະນະດຽວກັນ, ທ່ານ ເອກອັກຄະຣາຊະທູດ ມໍລະກົດ ສີສະຫວັດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ, ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ພ້ອມທັງຢືນຢັນຈະສືບຕໍ່ ໃນການເປັນຂົວຕໍ່ປະກອບ ສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດລາວ-ໄທ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.



