ລັດຖະບານ ແຫ່ງ ສ ເຢຍລະມັນ ໂດຍຜ່ານທະນາຄານພັດທະນາ KfW, ໃຫ້ການສະໜັບສະໜູນ ໂຄງການຄຸ້ມຄອງປ່າໄມ້ບ້ານ (VFMP) ໄລຍະທີສອງ ໃນມູນຄ່າ 20 ລ້ານເອີໂຣ ໃຫ້ແກ່ ສປປ ລາວ. ງົບປະມານດັ່ງກ່າວໄດ້ເສີມສ້າງການເປັນຄູ່ຮ່ວມມືອັນຍາວນານຂອງລັດຖະບານເຢຍລະມັນ ແລະ ລັດຖະ ບານລາວ ເພື່ອກ້າວໄປສູ່ການຄຸ້ມຄອງປ່າໄມ້ແບບຍືນຍົງ, ປົກປ້ອງລະບົບນິເວດທຳມະຊາດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ໄດ້ຮັບການປັບປຸງ ເພື່ອປົກປັກຮັກສາ ແລະ ອຸດົມສົມບູນໄປດ້ວຍປ່າໄມ້ ແລະ ຊີວະນາໆພັນ.
ພິທີມອບ-ຮັບໂຄງການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງແມ່ນທ່ານ Daniel Plankerman ຜູ້ອຳນວຍການຫ້ອງການ KFW ປະຈຳພາກພື້ນຫວຽດນາມ, ກຳປູເຈຍ ແລະ ສປປ ລາວ ເປັນຜູ້ມອບ ແລະ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນຜູ້ຮັບ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ເວີເນີ ໂກຣເອ ອຸປະທູດ ແຫ່ງສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ໂຄງການຄຸ້ມຄອງປ່າໄມບ້ານ ຫຼື ເອີ້ນຫຍໍ້ວ່າ VFMP ໄລຍະທີ 2 ຈະເລີ່ມຈັດຕັ້ງປະຕິບັດພາຍຫຼັງການສະຫຼຸບໂຄງການໄລຍະທີ 1 ໃນເດືອນພຶດສະພາ 2026 ແລະ ຈະສືບຕໍ່ດໍາເນີນການຈັດຕັ້ງປະຕິບັດຈົນເຖິງ ປີ 2033. ໂຄງການດັ່ງກ່າວ ຈະຂະຫຍາຍຂອບເຂດໄປສູ່ບັນດາແຂວງເປົ້າໝາຍໃໝ່ ຄື: ແຂວງຜົ້ງສາລີ ແລະ ແຂວງວຽງຈັນ, ພາຍໃຕ້ການຈັດຕັ້ງປະຕິບັດໂດຍ ກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ.
ໂຄງການດັ່ງກ່າວ ມີຈຸດປະສົງເພື່ອສະໜັບສະໜູນການວາງແຜນຈັດສັນປ່າໄມ້ຂັ້ນບ້ານ; ການປັບຕົວ ແລະ ຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ ໂດຍສະເພາະການປັບປຸງລະບົບນິເວດ ປ່າໄມ້ ແລະ ສະພາບເສດຖະກິດ-ສັງຄົມ, ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຊົນນະບົດ ທີ່ດໍາລົງຊີວິດຕິດພັນກັບການເພິ່ງພາອາໄສປ່າໄມ້ ດ້ວຍການບໍລິຫານຈັດການ, ການຄຸ້ມຄອງ, ການປົກ ປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ປ່າໄມ້ແບບຍືນຍົງ ໂດຍການນໍາໃຊ້ຮູບແບບ ຊາວບ້ານ ເປັນເຈົ້າການ ຈັດຕັ້ງປະຕິບັດ ແລະ ການມີສ່ວນຮ່ວມ ຂອງເພດຍິງ ເຂົ້າໃນວຽກງານດັັ່ງກ່າວ.

ທ່ານ ກິແກ້ວ ສິງນາວົງ, ໄດ້ກ່າວວ່າ: ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເຢຍລະມັນ ໄດ້ສະທ້ອນໃຫ້ເຫັນເຖິງວິໄສທັດຮ່ວມກັນຂອງພວກເຮົາສໍາລັບການພັດທະນາແບບຍືນຍົງ ດ້ວຍການສະໜັບສະໜູນ ຂອງລັດຖະບານເຢຍລະມັນຢ່າງຕໍ່ເນື່ອງ, ພວກເຮົາໝັ້ນໃຈວ່າ ໂຄງການຄຸ້ມຄອງປ່າໄມ້ບ້ານ ໄລຍະທີ II ຈະປະກອບສ່ວນເຂົ້າໃນເປົ້າໝາຍແຫ່ງຊາດຂອງພວກເຮົາໃນການຄຸ້ມຄອງປ່າໄມ້ ແລະ ການພັດທະນາການດຳລົງຊີວິດຂອງປະຊາຊົນໃນເຂດຊົນນະບົດຂອງ ສປປ ລາວ.”
ທ່ານອຸປະທູດເຢຍລະມັນ ປະຈໍາລາວ ກ່າວວ່າ: ໂດຍສອດຄ່ອງກັບຄໍາໝັ້ນສັນາຍຂອງລັດຖະບານເຢຍລະມັນ ທີ່ຈະສະໜັບສະໜູນຂະແໜງປ່າໄມ້ໃນ ສປປ ລາວ, ໂຄງການການຄຸ້ມຄອງປ່າໄມ້ບ້ານ ໄລຍະທີສອງ ແມ່ນແນໃສ່ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໃນຊຸມຊົນທ້ອງຖິ່ນ ໂດຍສະເພາະຊາວບ້ານ; KfW ແມ່ນທະນາຄານພັດທະນາຂອງເຢຍລະມັນ ທີ່ສະໜອງທຶນໃຫ້ແກ່ໂຄງການພັດທະນາ ຕາງໜ້າຂອງ ລັດຖະບານເຢຍລະມັນເປັນເວລາຫຼາຍກວ່າ 60 ປີ ແລະ ໃນນາມກະຊວງ ການຮ່ວມມື ແລະ ການພັດທະນາເສດຖະກິດ, KfW ໄດ້ສະໜອງ ແລະ ສະໜັບສະໜູນທາງດ້ານການເງິນ ໃຫ້ໂຄງການ ເລີ່ມແຕ່ແນວຄວາມຄິດ ແລະ ການຈັດຕັ້ງປະຕິບັດເພື່ອຕິດຕາມຜົນສໍາເລັດ ຊຶ່ງສ່ວນໃຫຍ່ແມ່ນສະໜັບສະໜູນໃຫ້ພາກລັດໃນປະເທດ ທີ່ກໍາລັງພັດທະນາ. ເປົ້າໝາຍຂອງ KfW ແມ່ນເພື່ອຊ່ວຍໃຫ້ປະເທດຄູ່ຮ່ວມມືຫຼຸດພົ້ນອອກຈາກຄວາມທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ ແລະ ສະພາບດິນຟ້າອາກາດ.
ນັບແຕ່ປີ 1996 ເປັນຕົ້ນມາ, ເຢຍລະມັນເປັນຄູ່ຮ່ວມມືພັດທະນາທີ່ສຳຄັນໃນຂົງເຂດສີຂຽວຂອງ ສປປ ລາວ. ໂດຍຜ່ານ ທະນາຄານ KfW ທີ່ໄດ້ສະໜອງທຶນຊ່ວຍເຫຼືອຫຼາຍກວ່າ 145 ລ້ານເອີໂຣເພື່ອສະໜັບສະໜູນ ປ່າໄມ້, ຊີວະນາໆພັນ ແລະ ກະສິກໍາ ໂດຍສອດຄ່ອງກັບຍຸດທະສາດປ່າໄມ້ຂອງລາວ 2035, ທີ່ມີເປົ້າໝາຍເພີ່ມທະວີການປົກຫຸ້ມ ຂອງປ່າໄມ້ໃຫ້ໄດ້ 70% ແລະ ບຸລິມະສິດການຄຸ້ມຄອງປ່າຂອງຊຸມຊົນ, ປັບປຸງຊີວິດ ການເປັນຢູ່ຂອງຊຸມຊົນທີ່ ເພິ່ງພາອາໄສປ່າໄມ້.
ທີ່ມາ: ປະຊາຊົນ


