ພິທີລົງນາມເຊັນສັນຍາວ່າດ້ວຍການລົງທຶນປູກພືດປໍແກ້ວນໍາໃຊ້ທາງການແພດ ແລະ ເປັນສິນຄ້າ(ໄລຍະທົດລອງ) ຢູ່ເຂດບ້ານຫ້ວຍສຽດ ບ້ານນາຈິກ ເມືອງປາກຊັນ ແລະ ບ້ານນາໂອ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໃນເນື້ອທີ 13 ເຮັກຕາ ລະຫວ່າງລັດຖະ ບານລາວ ກັບ ບໍລິສັດ ລາວອໍແກນນິກການກະເສດສະອາດ ຈໍາກັດ ຮ່ວມກັບບໍລິສັດ ສຸກສໍາລານການຄ້າ ແລະ ບໍແຮ່ ຈໍາກັດຜູ້ດຽວ ຈັດຂຶ້ນວັນທີ 1 ພະຈິກ 2024 ທີ່ກະຊວງແຜນການ ແລະ ການລົງທຶນ.
ຮ່ວມລົງນາມໃນຄັ້ງນີ້, ຕາງໜ້າລັດຖະບານລາວ ແມ່ນ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ແລະ ຝ່າຍບໍລິສັດ ລົງນາມໂດຍ ທ່ານ ອຸດົມ ມະນີວົງ ຜູ້ອໍານວຍການບໍລິສັດ ລາວອໍແກນນິກການກະເສດສະອາດ ຈໍາກັດ ແລະ ທ່ານ ປະກາຍສິດ ອາໄພຍະສານ ປະທານບໍລິສັດ ສຸກສໍາລານການຄ້າ ແລະ ບໍແຮ່ ຈໍາກັດຜູ້ດຽວ.
ໃນສັນຍາສໍາປະທານ, ລັດຖະບານລາວຕາງໜ້າໂດຍກະຊວງ ແຜນການ ແລະ ການລົງທຶນ ມີຄວາມຕ້ອງການພັດທະນາເສດ ຖະກິດ-ສັງຄົມຂອງລາວ ຕາມທິດຍືນຍົງ ແລະ ສີຂຽວໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໜາຍແຫ່ງການພັດທະນາທີ່ຍືນຍົງ “ SDGs” ທີ່ລາວເຮົາ ເປັນພາຄີ ເວົ້າລວມ ເວົ້າສະເພາະແມ່ນການດຶງດູດ ແລະ ເສີມການພັດທະນາການປູກພຶດເປັນຢາ (ຊະນິດພືດປໍແກ້ວ) ໂດຍຜ່ານຂະບວນການອະນຸຍາດລົງ ທຶນປູກພືດປໍແກ້ວ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ແລະ ພາກສ່ວນບໍລິສັດ ໂດຍມີບໍລິສັດ ລາວອໍແກນນິກການກະເສດສະອາດ ຈໍາກັດ ມີສໍານັກງານຕັ້ງຢູ່ບ້ານຫາດດອນຄູນ ເມືອງບໍລິຄໍາໄຊ ແຂວງບໍລິຄໍາໄຊ ແລະ ບໍລິສັດ ສຸກສໍາລານການຄ້າ ແລະ ບໍ່ແຮ່ ຈໍາກັດຜູ້ດຽວ ມີສໍານັກງານຕັ້ງຢູ່ບ້ານໄຊສະຖານ, ເມືອງສີສັດຕະນາກ, ນະຄອນຫຼວງ ວຽງຈັນ ມີຄວາມຕ້ອງການໄດ້ຮັບຜົນປະໂຫຍດທີ່ເໜາະສົມຈາກການນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນຂອງປະເທດ ໂດຍສະເພາະແມ່ນການນໍາໃຊ້ທີ່ດິນ ແລະ ເງື່ອນໄຂທໍາມະຊາດທີ່ເອື້ອອໍານວຍຕໍ່ການພັດທະນາການປູກພືດເປັນຢາ ແລະ ເພື່ອສະນັບສະໜູນການພັດທະນາທ້ອງຖິ່ນ ການສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະ ສົ່ງເສີມທຸ ລະກິດພາຍໃນ.
ນອກຈາກນີ້, ລັດຖະບານຕ້ອງການຢາກໃຫ້ມີການຖ່າຍທອດຄວາມຮູ້ ແລະ ເຕັກນິກວິຊາການໃຫ້ແກ່ຄົນລາວກ່ຽວກັບການປູກພືດເປັນຢາ (ຊະນິດພືດປໍແກ້ວ) ແລະ ດ້ານອື່ນໆທີ່ຕິດພັນ ເຊິ່ງພາຍຫຼັງເຊັນສັນຍາແລ້ວຂັ້ນຕອນຕໍ່ຝ່າຍບໍລິສັດຈະໄດ້ລົງມືຈັດ ຕັ້ງປະຕິບັດໂຄງການນັບແຕ່ຂັ້ນຕອນແລ່ນເອກະສານໄປຫາພາກ ສ່ວນກ່ຽວຂ້ອງເປັນຕົ້ນກະຊວງສາທາລະນະສຸກເພື່ອນໍາເອົາແນວພັນພືດປໍແກ້ວຈາກຕ່າງປະເທດເຂົ້າມາປູກ ເຄື່ອງຈັກ ແລະອື່ນໆ.
ຂ່າວ: ສົມສະຫວັນ



