ລັດຖະບານ ເຝຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035

ການສ້າງແຜນແມ່ບົດສະບັບດັ່ງກ່າວແມ່ນເປັນການປະສານສົມທົບກັນລະຫວ່າງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບອົງການປົກຄອງແຂວງວຽງຈັນ, ອົງການປົກຄອງເມືອງວັງວຽງ, ບໍລິສັດ Hansen partnership ແລະ ບໍລິສັດ Archineer
ຈຸດປະສົງຂອງການສ້າງແຜນແມ່ບົດແມ່ນເພື່ອເປັນບ່ອນ ອີງໃຫ້ແກ່ພາກລັດ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ໃນການພັດທະນາເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງເມືອງທ່ອງທ່ຽວ ແລະ ຮັບປະກັນຄວາມຍືນຍົງ.
ແຜນແມ່ບົດສະບັບນີ້ ໄດ້ກວມເອົາເນື້ອທີ່ທັງໝົດ 23.456 ເຮັກຕາ ປະກອບດ້ວຍຕົວເມືອງວັງວຽງ ແລະ ພູມສັນຖານບໍລິເວນອ້ອມຮອບລຽບຕາມຮ່ອມພູ ແລະ ເຂດລ່ອງສາຍນ້ຳຊອງ. ໃນນີ້ພື້ນທີ່ຂອບເຂດໃຈກາງຕົວເມືອງ ແລະ ບໍລິເວນອ້ອມຮອບມີເນື້ອທີ່ທັງໝົດ 6.553 ເຮັກຕາ, ກວມເອົາ 15 ບ້ານ ແລະ ພື້ນທີ່ໃຈກາງຕົວເມືອງ ກວມເອົາເນື້ອທີ່ປະມານ 185 ເຮັກຕາ.


