ລັດຖະບານ ກໍຄື ອົງການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ໄດ້ສົມທົບກັບກະຊວງ, ກົມ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້, ຕິດຕາມ, ກວດກາ ຕໍ່ເຫດການນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດຢູ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງສາເຫດໃນເບື້ອງຕົ້ນ ອາດເກີດຍ້ອນດື່ມເຄື່ອງດື່ມ ທີ່ມີສານພິດເຈືອປົນ ແລະ ບັນຫາອື່ນໆ ຢູ່ເຮືອນພັກແຫ່ງໜຶ່ງ ໃນວັນທີ 12 ພະຈິກ 2024 ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ໃນນັ້ນ, ຜູ້ທີ 1 ເສຍຊີວິດກັບທີ ຢູ່ເຮືອນພັກດັ່ງກ່າວ ແລະ ອີກ 2 ຄົນ, ມີອາການສາຫັດ ໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍ ສູນກາງ ຢູ່ນະຄອນຫລວງວຽງ ຈັນ.
ຫລັງຈາກນັ້ນ ໄດ້ເສຍຊີວິດໃນເວລາຕໍ່ມາ, ສ່ວນສາເຫດຂອງການເສຍຊີວິດຕົວຈິງນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ແຂວງ ໄດ້ສົມທົບກັບສູນກາງຊອກຄົ້ນຫາຂໍ້ມູນຕ່າງໆທີ່ຍັງບໍ່ທັນຈະແຈ້ງກ່ຽວກັບເຫດການການເສຍຊີວິດຕິດພັນກັບການ ເຈັບປ່ວຍ ຂອງຄົນຕ່າງປະເທດໃນຄັ້ງນີ້ ໃຫ້ມີຄວາມຊັດເຈນໂດຍໄວ ບົນພື້ນຖານ ຂອງການກວດກາ, ຢັ້ງຢືນຜົນຂອງການວິໄຈ ທາງດ້ານວິທະຍາສາດ ເພື່ອລາຍງານລັດຖະບານ ແລະ ໃຫ້ກະຊວງການຕ່າງປະເທດ ຊີ້ແຈງຕໍ່ຕ່າງປະເທດຢ່າງເປັນທາງ ການ. ໃນຂະນະທີ່ໄດ້ປິດການໃຫ້ບໍລິການຢູ່ເຮືອນພັກທີ່ເກີດເຫດດັ່ງກ່າວຊົ່ວຄາວ.
ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 23 ພະຈິກ 2024 ວ່າ: ຕໍ່ກັບເຫດການນັກທ່ອງທ່ຽວເສຍຊີວິດ ໃນເຮືອນພັກຢູ່ເມືອງວັງວຽງນັ້ນ, ການນຳຂັ້ນເມືອງ ກໍຄື ພະແນກການທີ່ກ່ຽວຂ້ອງໄດ້ຮີບຮ້ອນລົງຕິດ ຕາມ, ກວດກາ, ຊຸກຍູ້ ໃຫ້ຫົວໜ່ວຍທຸລະກິດ, ຜູ້ປະກອບການ ເພື່ອຈັດຕັ້ງປະຕິບັດຕາມມາດຕະການຕ່າງໆ ຕາມລະບຽບຫລັກການ ຢ່າງເຄັ່ງຄັດ ເຊິ່ງໃນເບື້ອງຕົ້ນໄດ້ແນະນຳໃຫ້ຫ້ອງການທີ່ກ່ຽວຂ້ອງ ປະສານສົມທົບກັນແຈ້ງປິດກິດຈະການ ການບໍລິ ການ ຢູ່ເຮືອນພັກດັ່ງກ່າວ.
ພ້ອມກັນນັ້ນ, ໄດ້ໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເກັບກຳຂໍ້ມູນ ແລະ ບັນຫາຕ່າງໆທີ່ພົວພັນເຖິງການເຈັບປ່ວຍ ກໍຄື ການເສຍຊີວິດຂອງນັກທ່ອງທ່ຽວ ເພື່ອຊອກຫາສາເຫດ ທີ່ຊັດເຈນ. ຕໍ່ກັບສະພາບ ແລະ ເຫດການ ທີ່ເກີດຂຶ້ນ ແມ່ນມີຜົນກະທົບ ແລະ ສ້າງພາບພົດທີ່ບໍ່ດີຕໍ່ການຄຸ້ມຄອງ ກໍຄື ການທ່ອງທ່ຽວຂອງ ສປປ ລາວ ໂດຍສະເພາະ ແມ່ນການທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງມີຫລາຍປັດໄຈ ແລະ ສາເຫດ ຕ້ອງໄດ້ພິຈາລະນາແກ້ໄຂ ໃນສະເພາະໜ້າ ແລະ ຍາວນານໃຫ້ເປັນລະບົບກົມກຽວກັນ ເປັນຕົ້ນ ຈະດໍາເນີນມາດຕະການຕາມລະບຽບກົດໝາຍຕໍ່ຫົວໜ່ວຍທຸລະກິດ, ຜູ້ປະກອບການ ທີ່ມີສ່ວນພົວພັນໃນການບໍລິການ ອາຫານ ແລະ ເຄື່ອງດື່ມ ເປັນເຫດໃຫ້ຜູ້ມາໃຊ້ບໍລິການ ມີການເສຍຊີວິດ ແລະ ເຈັບປ່ວຍ ໃຫ້ທັນສະພາບການ ແລະ ເຂັ້ມງວດ.
ສຳລັບ ຜູ້ເສຍຊີວິດທັງ 3 ຄົນ, ຜູ້ທີ 1 ແມ່ນເພດຊາຍ ຄົນເຊື້ອຊາດ-ສັນຊາດ ອາເມລິກາ, ອາຍຸ 57 ປີ ແລະ ອີກ 2 ຄົນແມ່ນເພດຍິງ ຄົນສັນຊາດ-ເຊື້ອຊາດ ເດັນມາກ, ອາຍຸ 20 ປີ ແລະ 21 ປີ.
ຫລັງຈາກເຫດການທີ່ເກີດຂຶ້ນດັ່ງກ່າວ, ອຳນາດການປົກຄອງເມືອງ, ແຂວງ ໄດ້ໃຫ້ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ, ກວດກາ, ຊຸກຍູ້ ຫົວໜ່ວຍທຸລະກິດ, ຜູ້ປະ ກອບການຮ້ານບັນເທີງ, ຮ້ານອາຫານ ແລະ ອື່ນໆ ໃຫ້ມີຄວາມເອົາໃຈໃສ່ໃນການຄຸ້ມ ຄອງ, ການບໍລິການຕ່າງໆ ໃຫ້ມີຄວາມເໜາະສົມ, ບົນພື້ນຖານຂອງລະບຽບຫລັກ ການ ເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ ທີ່ເຂົ້າມາໃຊ້ບໍລິການ.
ຢ່າງໃດກໍຕາມ ການທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ຍັງສືບຕໍ່ຄຶກຄື້ນ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ເຂົ້າມາທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ຢ່າງຕໍ່ເນື່ອງ.





