ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານ ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ບູລະນະ ແລະ ປະຕິສັງຂອນມໍລະດົກແຫ່ງຊາດ ທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ທີ່ໄດ້ຂຶ້ນທະບຽນນໍາອົງການຈັດຕັ້ງສາກົນ

Jun 19, 2024

ລັດຖະບານໄດ້ມີມາດຕະການ ຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ບູລະນະ ແລະ ປະຕິສັງຂອນມໍລະດົກແຫ່ງຊາດ ທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ທີ່ໄດ້ຂຶ້ນທະບຽນນໍາອົງການຈັດຕັ້ງສາກົນ ຄືແນວໃດ?. ນີ້ແມ່ນຄໍາຊັກຖາມທີ່ຕັ້ງຂຶ້ນຢູ່ໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດໍາເນີນຢູ່ຫ້ອງປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ.
ຕໍ່ຄໍາຖາມດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຊີ້ແຈງໃນວັນທີ 14 ມິຖຸນາ 2024 ວ່າ: ແຫຼ່ງມໍຣະດົກທາງດ້ານວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ທີ່ໄດ້ຂຶ້ນທະບຽນນໍາອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ (ອົງການອຸຍແນັສໂກ) ທັງ 3 ແຫ່ງ ຄື: ເມືອງມໍຣະດົກໂລກຫຼວງພະບາງ, ວັດພູພ້ອມດ້ວຍພື້ນທີ່ວັດທະນະທໍາ ຈໍາປາສັກ ແລະ ທົ່ງໄຫຫີນແຂວງຊຽງຂວາງ. ໄລຍະຜ່ານມາລັດຖະບານ ໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງ ມໍຣະດົກແຫ່ງຊາດ ທີ່ປະກອບມີບັນດາຮອງລັດຖະມົນຕີຂອງກະຊວງກ່ຽວຂ້ອງຕ່າງໆ ແລະ ມີລັດຖະມົນຕີກະຊວງ ຖວທ ເປັນປະທານ; ພ້ອມນັ້ນຢູ່ໃນຂັ້ນທ້ອງຖິ່ນກໍ່ໄດ້ມີການສ້າງຕັ້ງຄະນະກຳມະການຄຸ້ມຄອງມໍຣະດົກທ້ອງຖິ່ນ ເປັນຜູ້ຊີ້ນໍາ-ນໍາພາ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ໄດ້ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ ບ່ອນທີ່ມີມໍຣະດົກໂລກຕັ້ງຢູ່ ເອົາໃຈໃສ່ສ້າງ, ປັບປຸງກົງຈັກການຈັດຕັ້ງ ແລະ ບັນດາລະບຽບການ, ນິຕິກຳຕ່າງໆ ເພື່ອເປັນເຄື່ອງມືຮອງຮັບໃຫ້ແກ່ການປົກປັກຮັກສາ ແລະ ຄຸ້ມຄອງ ມໍຣະດົກເຫຼົ່ານັ້ນໃຫ້ມີຄວາມຍືນຍົງ; ພ້ອມນັ້ນກໍ່ໄດ້ຕອບສະໜອງງົບປະມານຈໍານວນໜຶ່ງເຂົ້າໃນວຽກງານຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ບູລະນະ, ປະຕິສັງຂອນ ແລະ ກໍ່ສ້າງບຸກຄະລາກອນຂອງໜ່ວຍງານຄຸ້ມຄອງມໍຣະດົກໂລກ ໃຫ້ມີຄວາມເຂັ້ມແຂງ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ຕື່ມວ່າ: ແຫຼ່ງມໍຣະດົກໂລກ ທັງ 3 ແຫ່ງ ທີ່ຖືກຮັບຮອງຈາກອົງການອຸຍແນັສໂກ ໄດ້ມີບັນດານິຕິກຳ ແລະ ລະບຽບການສະເພາະຂອງຕົນຂຶ້ນ ເພື່ອເປັນເຄື່ອງມື ແລະ ບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະແມ່ນໄດ້ມີລະບຽບການ ແລະ ແຜນແມ່ບົດໃນການຄຸ້ມຄອງແຫຼ່ງມໍລະດົກແຕ່ລະແຫ່ງ ທີ່ໄດ້ຖືກຮັບຮອງ ຈາກອົງການອຸຍແນັສໂກ; ທາງດ້ານໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ກໍ່ໄດ້ຮັບການປັບປຸງ ແລະ ຍົກລະດັບໃຫ້ນັບມື້ນັບດີຂຶ້ນ ໂດຍໄດ້ມີການສ້າງຕັ້ງ ແລະ ປັບປຸງ ໜ່ວຍງານຄຸ້ມຄອງ ແລະ ປົກປັກຮັກສາຂຶ້ນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ.
ມາຮອດປະຈຸບັນລັດຖະບານໄດ້ໂຮມເອົາ “ ຫ້ອງການຄຸ້ມຄອງມໍຣະດົກໂລກ ” ຊຶ່ງໃນເມື່ອກ່ອນມີສະຖານະທຽບເທົ່າກັບພະແນກການໜຶ່ງຂອງແຂວງ ພາຍໃຕ້ການຊີ້ນໍາໂດຍກົງທາງດ້ານວິຊາການຈາກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຂົ້າເປັນຂະແໜງການໜຶ່ງຂອງ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງແຂວງ ເອີ້ນວ່າ “ຂະແໜງຄຸ້ມຄອງມໍຣະດົກໂລກ” ເພື່ອເຮັດໜ້າທີ່ລົງເລິກສະເພາະວຽກງານ ຕິດຕາມ, ກວດກາ ແລະ ປະເມີນຜົນການຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ,ບູລະນະ ແລະ ປະຕິສັງຂອນ ມໍຣະດົກແຫ່ງຊາດ ທາງດ້ານວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ທີ່ໄດ້ຂຶ້ນທະບຽນເປັນມໍຣະດົກໂລກຂອງອົງການອຸຍແນັສໂກ. ພ້ອມນັ້ນກໍ່ໄດ້ໃຫ້ການຊຸກຍູ້ຂະແໜງການຄຸ້ມຄອງມໍຣະດົກດັ່ງກ່າວຮ່ວມມືກັບ ບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ ຮ່ວມກັນດໍາເນີນການສຶກສາ, ຄົ້ນຄວ້າ, ສໍາຫຼວດ,ເກັບກຳຂໍ້ມູນ ແລະ ບູລະນະປະຕິສັງຂອນມໍຣະດົກວັດທະນະທໍາດັ່ງກ່າວ ໃນຫຼາຍໂຄງການ.