ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ໃນ​ວັນ​ທີ 28 ພະ­ຈິກ 2022 ຢູ່ທີ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ​ທຶນ, ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ (ຕໍ່​ໄປ​ນີ້“ຊີ​ໂນ​-​ອາ​ກຣີ ໂປ​ຕາສ”) ແລະ ລັດ­ຖະ­ບານ ແຫ່ງ ສປປ ລາວ ໄດ້​ມີ​ການ​ລົງ​ນາມໃນ​ສັນ­ຍາ​ວ່າ​ດ້ວຍ​ການ​ສໍາ​ຫຼວດ​ແຮ່​ເກືອ​ໂປ​ຕາສ ຢູ່​ເຂດ​ບ້ານ​ໜອງ​ລົ່ມ ເມືອງ​ໜອງ​ບົກ ແຂວງ​ຄໍາ​ມ່ວນ ເນື້ອ­ທີ່ 48.52 ກິ­ໂລຕາ​ແມັດ, ຕາງໜ້າສໍາ​ນັກ​ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ການ​ນໍາ​ຂອງ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ, ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່, ອໍາ​ນາດ​ການ​ປົກ­ຄອງ ແຂວງ​ຄໍາ​ມ່ວນ ແລະພາກສ່ວນກ່ຽວຂ້ອງອື່ນໆ ແມ່ນ​ໄດ້​ເຂົ້າ​ຮ່ວມ ແລະ  ເປັນ​ສັກ­ຂີ​ພະ­ຍານ​ໃນ​ການ​ເຊັນ​ສັນ­ຍາ​ດັ່ງ­ກ່າວ.

 

​ແຮ່ທາດ ເກືອ​ໂປ​ຕາສ ທີ່​ອຸ­ດົມ­ສົມ­ບູນ​ຂອງ​ລາວ ໄດ້​ດຶງ​ດູດ​ຈາກ​ນັກ​ລົງ­ທຶນ​ໃນ​ທົ່ວ​ໂລກ​ຢ່າງ​ຫຼວງ­ຫຼາຍ ແລະ ລັດ­ຖະ­ບານ ລາວ ແມ່ນ​ມີ​ຄວາມ​ລະ­ມັດ­ລະ­ວັງ​ຫຼາຍ​ໃນ​ການ​ເລືອກ​ບໍ­ລິ­ສັດ​ມາ​ພັດ​ທະ​ນາ. ລັດ­ຖະ­ບານ​ຈະ​ໃຫ້​ບູ​ລິ​ມະ​ສິດ ຫຼື ຈະ​ເລືອກ ບໍ­ລິ­ສັດ ທີ່​ມີ​ທຶນ­ຮອນ​ອັນ​ເຂັ້ມ­ແຂງ ແລະ ມີ​ເຕັກ​ໂນ​ໂລ​ຊີ​ຂຸດ​ຄົ້ນ​ບໍ່​ແຮ່​ໂປ​ຕາ​ສ​ທີ່​ດີ, ຈາກການປະເມີນ, ກວດກາ, ທາງລັດຖະບານຈິ່ງເຫັນວ່າ ຊີໂນອາກຣີ ໂປຕາສ ແມ່ນມີຄວາມເໝາະສົມທີ່ສຸດ.

ໂຄງ­ການ​ຜະ­ລິດ​ຝຸ່ນ​ໂປ​ຕາສ ຂະ­ໜາດ 1  ລ້ານ​ໂຕນ​ຕໍ່​ປີ​ແຫ່ງ​ທີ 2 ຄາດ​ວ່າ​ຈະ​ເລີ່ມ​ດຳ­ເນີນ​ການ​ທົດ​ລອງ​ໃນ​ທ້າຍ​ປີ​ນີ້, ໄລ­ຍະ​ເວ­ລາ​ການ​ກໍ່­ສ້າງ​ຂອງ​ໂຮງ­ງານ​ແມ່ນ​ໃຊ້​ເວ­ລາ​ພຽງ​ແຕ່ 10 ເດືອນ, ເປັນ​ສະ­ຖິ­ຕິ​ຄວາມ​ໄວ​ທີ່​ລື່ນ​ກາຍ​ສາ​ກົນ. ໂຄງ­ການ​ຜະ­ລິດ​ຝຸ່ນ​ໂປ​ຕາ​ສ​ແຫ່ງ​ທີ​ສາມ​ທີ່​ມີ​ກຳ­ລັງ​ການ​ຜະ­ລິດ 1 ລ້ານ​ໂຕນ​ຕໍ່​ປີ ໄດ້​ເລີ່ມ​ເລັ່ງກໍ່­ສ້າງ​, ຄາດ​ວ່າ​ທ້າຍ​ປີ​ໜ້າ​ກໍ​ສາ­ມາດ​ທົດ​ລອງ​ຜະ​ລິດ.

ທ່ານ ອາຍ ຢົງຈຸນ ຮອງອໍານວຍການ ບໍລິສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ເວົ້າ​ວ່າ ໃນ​ເດືອນ​ເມ­ສາ​ຂອງ​ປີ​ນີ້ ບໍ­ລິ­ສັດ ໄດ້​ເລີ່ມ​ສະ­ເໜີຂໍ​ສໍາ​ປະ­ທານ​ບໍ່​ແຮ່ ເກືອ​ໂປ​ຕາ​ສ​ບ້ານ​ໜອງ​ລົ່ມ ເນື້ອ­ທີ່ 48.52km2,  ໃນ​ວັນ​ທີ 27 ຕຸ­ລາ​ ໄດ້​ຮັບແຈ້ງ​ການກ່ຽວ​ກັບ​ການ​ເຈ­ລະ­ຈາ​ສັນ​ຍາ​ສໍາ​ຫຼວດ​ຈາກ​ກະ­ຊວງ​ແຜນ­ການ ແລະ ການ​ລົງທຶນ, ໃນ​ວັນ​ທີ 4 ພະ­ຈິກ​ ໄດ້​ສໍາ​ເລັດ​ການ​ເຈ­ລະ­ຈາກັບອໍາ​ນາດ​ການ​ປົກ­ຄອງ​ແຂວງ​ຄໍາ​ມ່ວນ. ວັນ​ທີ 25 ເດືອນ​ພະ­ຈິກ ຫຼັງ​ຈາກ​ທີ່ນາ­ຍົກ­ລັດ­ຖະ­ມົນ­ຕີ​ມອບ​ສິດ​ໃຫ້​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ  ເຊັນ​ສັນ​ຍາ​ສໍາ​ຫຼວດ  ກັບ​ບໍ­ລິ­ສັດ, ໃນ​ວັນ​ທີ 27 ພະ­ຈິກ ບໍ­ລິ­ສັດ ກໍ​ສໍາ​ເລັດ​ການ​ຊໍາ​ລະ​ຄ່າ​ສໍາ​ປະ­ທານ 10 ລ້ານ​ໂດ​ລາ, ໄດ້​ຈ່າຍ​ອາ­ກອນ​ຊັບ­ພະ­ຍາ­ກອນ ແລະ ໄດ້​ຈັດ​ຕັ້ງ​ການ​ເຊັນ​ສັນ​ຍາ​ສໍາ​ຫຼວ​ດສໍາ​ເລັດ ແລະ ເລີ່ມ​ການ​ສໍາ​ຫຼວດ​ໃນ​ວັນ​ທີ 28 ພະ​ຈິກ.

 

ໃນ​ລະ­ຫວ່າງ​ນັ້ນ, ທາງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ກໍາ​ນົດ​ແຜນ​ການ​ສໍາ​ຫຼວດ​ທີ່​ລະ­ອຽດ, ທາງ ຊີ​ໂນ-ອາ​ກຣີ ໂປຕາສ ໄດ້​ເພີ່ມຈໍາ​ນວນ​ຂຸມ​ເຈາະ​ສໍາ​ຫຼວດ​ທີ່​ໄດ້​ມາດ­ຕະ­ຖານຕາມ​ຂັ້ນ​ຕອນ​ການ​ຂຸດ​ຄົ້ນ ໂດຍເພີ່ມ​ຂຶ້ນ​ຈາກ 37 ເປັນ 46, ເກີນ​ມາດ­ຕະ­ຖານ​ການ​ຂຸດ​ເຈາະ ໃນ​ພື້ນ​ທີ່​ຂຸດ​ຄົ້ນ​ບໍ່​ແຮ່​ເບື້ອງ​ຕົ້ນ​ໃນ​ໄລ­ຍະ​ການ​ຂຸດ​ຄົ້ນ​ບໍ່​ແຮ່.  ພ້ອມ​ນັ້ນ​ຍັງ​ໄດ້​ມີ​ການ​ກໍາ​ນົດ​ເຈດ​ຈໍາ​ນົງ​ການ​ສໍາ​ຫຼວດ​ກັບ 2 ບໍ­ລິ­ສັດ,  ສາ­ມາດ​ຮວບ­ຮວມ​ເຄື່ອງ​ຂຸດ​ເຈາະ​ໄດ້ 23 ເຄື່ອງ, ຮອດ​ປະ­ຈຸ​ບັນ​ແມ່ນ​ມີ 10 ກວ່າ​ເຄື່ອງ ທີ່​ມາ​ຮອດ​ສະ­ໜາມ ແລະ ສາ​ມາດ​ນໍາ​ໃຊ້​ໄດ້​ແລ້ວ, ສ່ວນ​ທີ່​ເຫຼືອ​ແມ່ນ​ກໍາ​ລັງ​ທະ­ຍອຍ​ມາ.

 

ແຜນ​ການ​ສໍາ​ຫຼວດ ຂອງ​ບໍ­ລິ­ສັດ ໄດ້​ຍົກ​ສູງປະ­ສິດ­ທິ­ພາບ ແລະ ຄວາມ​ໄວ​ໃນ​ການ​ສຳ­ຫຼວດ ແລະ ຜະ­ລິດ​ເກືອ​ໂປ​ຕາສ ໃນ​ບ້ານ​ໜອງ​ລົ່ມ. ປັບ​ໄລ­ຍະ​ເວ­ລາ​ການ​ສໍາ​ຫຼວດ​ເດີມ 2 ປີ,  ການ​ສຶກ­ສາ​ຄວາມ​ເປັນ​ໄປ​ໄດ້ 1 ປີ ແລະ ການ​ປະ​ເມີນ​ສິ່ງ­ແວດ­ລ້ອມ 1 ປີ, ຫຼັງ​ຈາກ​ດໍາ​ເນີນ​ການ​ຜະ­ລິດ​ເກືອ​ໂປ​ຕາສ,  ນອກ­ຈາກ​ຜົນ​ປະ­ໂຫຍດ​ທີ່​ໄດ້​ມາ​ຈາກ​ການ​ລົງ­ທຶນ​ໃນ​ຊັບ​ສິນ​ຄົງ​ທີ່​ໃນ​ໄລ­ຍະ​ການ​ກໍ່­ສ້າງ, ທຸກໆ​ການ​ຜະ­ລິດ ເກືອ​ໂປ​ຕາສ 1 ລ້ານ​ໂຕນ ຊຸກ­ຍູ້​ໃຫ້​ເກີດ​ການ​ຈ້າງ​ງານ ປະມານ 3.000 ຄົນ ແລະ ​ ​ເສຍ​ພາ­ສີ​ອາ­ກອນ​ປະ​ຈໍາ​ປີ​ໃຫ້​ແກ່​ລັດ­ຖະ­ບານເປັນ​ເງິນ 30 ລ້ານ​ໂດ​ລາ​ສະ­ຫະ​ລັດ.

    

ທາງວິສະວະກອນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໃຫ້ຮູ້ຕື່ມວ່າ: ບໍລິສັດ  ກໍາລັງກໍ່ສ້າງເຂດນິຄົມອຸດສາຫະກໍາລະດັບປະເທດຢູ່ແຂວງຄໍາມ່ວນ. ອີງໃສ່ຊັບພະຍາກອນບໍ່ແຮ່ທີ່ມີໃນ ປັດຈຸບັນ, 1. ເລັ່ງຂະຫຍາຍກໍາລັງການຜະລິດຂອງຝຸ່ນໂປຕາສ, ສ້າງເຂດນິຄົມອຸດສາຫະກໍາຝຸ່ນໂປຕາສ. ປັດຈຸບັນ,  ໂຄງການທີສອງ ແລະ ໂຄງການທີສາມ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ/ປີ  ແມ່ນກໍາລັງດໍາເນີນການກໍ່ສ້າງຢ່າງເຕັມທີ່, ສ່ວນໂຄງການທີສີ່ ແລະ ໂຄງການທີຫ້າ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ/ປີ ແມ່ນໄດ້ປະກອບເອກະສານ ແລະ ສະເໜີໄປຫາພາກສ່ວນທີ່ກ່ຽວຂ້ອງຂອງພາກລັດລາວແລ້ວ. ຄາດຄະເນ ປີ 2023 ຈະສາມາດ ເພີ່ມກໍາລັງການຜະລິດປຸ໋ຍໂປຕາສ 3 ລ້ານໂຕນ, ປີ 2025 ເພີ່ມກໍາລັງການຜະລິດ 5 ລ້ານໂຕນ, ແລະຈະພະຍາຍາມສູ້ຊົນເພີ່ມກຳລັງການຜະລິດ ໃນລະດັບ 10 ລ້ານໂຕນ ໃນໄລຍະກາງ ແລະ ໄລຍະຫຼັງ, ກາຍເປັນຖານຜະລິດຝຸ່ນໂປຕາສໃຫຍ່ທີ່ສຸດໃນອັນດັບທີ 4 ຂອງໂລກ; 2. ສົມ­ທົບ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ທີ່​ບໍ່​ແມ່ນ​ໂປ​ຕາສ, ສ້າງ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອະໂປຕາສ (​ບໍ່​ມີ​ໂປ​ຕາ​ສ),  ນໍາ​ໃຊ້​ຊັບ­ພະ­ຍາ­ກອນ​ແຮ່​ຕິດ​ພັນ​ຂອງບໍ່ແຮ່​ເກືອ​ໂປ​ຕາສ (ໂບຣ​ມິນ, ເກືອນາຕີ ແລະ ອື່ນໆ), ພັດ­ທະ­ນາ​ໂຄງ­ການ​ສານ​ໂບຣ​ມິນ, ອຸດ​ສາ​ຫະ​ກໍາ​ເຄ​ມີ​ ຄລໍ-ອານຄາໄລ (chlor-alkali), ເກືອ​ບໍລິໂພກ ແລະ ອື່ນໆ, 3. ສ້າງ​ຕົວ​ເມືອງ ອາຊີ​-​ໂປ​ຕາ​ສ​ຂະ­ໜາດ​ນ້ອຍ, ຊຸກ­ຍູ້​ການ​ພັດ­ທະ­ນາ​ແບບ​ຕົວ​ເມືອງ. ຜ່ານ​ການ​ສ້າງ​ຕົວ​ເມືອງ​ຂະ­ໜາດ​ນ້ອຍ, ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ດໍາ​ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ໃນ​ບໍ­ລິ­ເວນ​ອ້ອມ​ຂ້າງ,   ດໍາ​ເນີນ​ການ­ເຄື່ອນ­ໄຫວ​ຊ່ວຍ­ເຫຼືອ​ຄວາມ­ທຸກ​ຍາກ​ດ້ວຍ​ກະ​ສິ​ກໍາ ແລະ ສ້າງ​ກອງ​ທຶນ​ການ​ສຶກ­ສາ, ເຮັດ​ໃຫ້­ການ​ພັດ­ທະ­ນາ​ສົ່ງ​ຜົນ​ປະ­ໂຫຍດ​ຕົວ​ຈິງ​ຕໍ່​ປະ­ຊາ­ຊົນ​ໃນ​ບໍ­ລິ­ເວນ​ອ້ອມ​ຂ້າງ, ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ທ້ອງ­ຖິ່ນ   ແລະ ການ​ກໍ່­ສ້າງ​ຊີ­ວິດ​ສັງ​ຄົມ. ໃນ​ອະ­ນາ­ຄົດ,  ບໍ­ລິ­ສັດ​ວາງ​ແຜນ​ຈະ​ນໍາ​ເອົາ​ຮູບ​ແບບ​ການ​ພັດ­ທະ­ນາ​ດັ່ງ­ກ່າວ​ໄປ​ນໍາ​ໃຊ້​ໃນ​ເຂດ​ບໍ່​ເກືອ​ໂປ​ຕາສ ເນື້ອ­ທີ່ 48.52 ກິ­ໂລ​ຕາ​ແມັດ ຢູ່​ບ້ານ​ໜອງລົ່ມ ແລະ ເຮັດ​ໃຫ້​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ມີ​ການ​ເຊື່ອມ​ໂຍງ​ກັນ, ສ້າງ​ມູນ​ຄ່າ​ສູງ​ກວ່າ​ເກົ່າ ແລະ ສົ່ງ​ຜົນ​ປະ­ໂຫຍດ​ຕໍ່​ປະ­ຊາ­ຊົນ​ຫຼາຍ​ກວ່າ​ເກົ່າ.