ໃນໂອກາດມີຄໍາເຫັນກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລຶກ ພາຍໃຕ້ຫົວຂໍ້ “ຮັກບ້ານເກີດ” ຈັດຂຶ້ນທີ່ນະຄອນຫລວງວຽງຈັນໃນວັນທີ 12 ພະຈິກ 2024 ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະ ເທດ ໄດ້ຍົກໃຫ້ເຫັນວ່າ: ປະຈຸບັນ ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ມີປະມານ 981.900 ຄົນ (ຫຼາຍກວ່າ 10% ຂອງພົນລະເມືອງລາວ) ທີ່ອາໄສຢູ່ຫຼາຍກວ່າ 18 ປະເທດໃນທົ່ວໂລກ, ເຖິງວ່າຢູ່ຫ່າງໄກບ້ານເກີດເມືອງນອນ ແຕ່ກໍ່ມີຄວາມເອກອ້າງທະນົງໃຈຕໍ່ການເປັນເຊື້ອຊາດລາວ, ມີນ້ຳໃຈຮັກຊາດ ຮັກບ້ານເກີດ, ຮັກສາມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ, ປະ ກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ທັງທາງກົງ ແລະ ທາງອ້ອມ, ເປັນຂົວຕໍ່ສຳຄັນໃນການໂຄສະນາເຜີຍແຜ່ດ້ານວັດທະນະທຳ-ຮີດຄອງປະ ເພນີ, ສາສະຫນາ, ພາສາ, ພາບພົດທີ່ດີຂອງປະເທດ, ຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອດ້ານທຶນຮອນ, ການລົງທຶນມາສູ່ປະເທດຊາດ, ຮັດແໜ້ນການພົວພັນຕ່າງປະເທດກັບບັນດາປະເທດທີ່ເຂົາເຈົ້າດຳລົງຊີວິດຢູ່.
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ລັດຖະບານ ແລະ ປະຊາຊົນລາວ ໄດ້ຕີ ລາຄາສູງຕໍ່ການປະກອບສ່ວນຊ່ວຍເຫຼືອ ແລະ ຖືວ່າພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນຫນຶ່ງທີ່ສຳຄັນບໍ່ສາມາດຕັດແຍກອອກຈາກວົງຄະນະ ຍາດແຫ່ງຊາດລາວໄດ້, ເປັນກຳລັງແຮງທີ່ສຳຄັນອັນຫນຶ່ງໃນພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ. ຍ້ອນເຫັນໄດ້ເຖິງຄວາມສຳຄັນຂອງພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ, ລັດຖະບານ ຈຶ່ງໄດ້ມີນະໂຍບາຍເປີດກວ້າງເພື່ອຕ້ອນຮັບພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ, ເອົາໃຈໃສ່ໃນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກຍິ່ງຂຶ້ນ ໂດຍກຳນົດນະໂຍບາຍຕ່າງໆ ເປັນຕົ້ນແມ່ນ ການອອກດຳລັດເລກທີ 475 ວ່າດ້ວຍ ການອອກວີຊາ ແລະ ການກໍານົດເວລາພັກເຊົາຢູ່ ສປປ ລາວ ໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ສືບຕໍ່ປະຕິບັດນະໂຍບາຍ ແລະ ສ້າງເງື່ອນໄຂອັນໃຫມ່ເພື່ອໃຫ້ແທດເຫມາະກັບສະພາບໃນແຕ່ລະຍຸກສະໄຫມ.
ພ້ອມນັ້ນ, ທ່ານ ຍັງໄດ້ຮຽກຮ້ອງມາຍັງພີ່ນ້ອງຄົນເຊື້ອຊາດລາວຫມົດທຸກຄົນ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ, ມີຄວາມທະນົງໃຈຕໍ່ເລືອດເນື້ອເຊື້ອຊາດລາວ, ຮັກບ້ານເກີດ, ເຄື່ອນໄຫວດຳລົງຊີວິດຢ່າງຫມັ້ນຄົງ, ສືບຕໍ່ຮັກສາຮີດຄອງປະເພນີອັນດີງາມ ແລະ ເອກະລັກດ້ານວັດທະນະທຳຂອງຊາດລາວໄວ້, ສືບຕໍ່ນຳເອົາຜົນຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນ, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ໄປບອກເລົ່າຖ່າຍທອດຕໍ່ຜຸ້ທີ່ບໍ່ໄດ້ມາຮ່ວມ, ປະກອບສ່ວນສ້າງສາພັດທະນາບ້ານເກີດເມືອງນອນຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຕົນ.



