ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມກັນປຶກສາຫາລືແກ້ໄຂບັນຫານໍ້າມັນເຊື້ອໄຟ

Mar 13, 2026

ໃນຕອນເຊົ້າວັນທີ 13 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫານໍ້າມັນເຊື້ອໄຟ ຄັ້ງທີ 4 ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກສະພາບຄວາມບໍ່ສະຫງົບ ຢູ່ເຂດຕາເວັນອອກກາງ ເຮັດໃຫ້ລາຄານໍ້າມັນເຊື້ອໄຟເໜັງຕີງເພີ່ມຂຶ້ນແຮງ ແລະ ປະລິມານການນໍາເຂົ້ານໍ້າມັນ ມີທ່າອ່ຽງຫຼຸດລົງ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນການຮ່ວມມືກັບຕ່າງປະເທດ, ບັນດາທ່ານ ລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
May be an image of dais and text May be an image of one or more people and text
ເນື້ອໃນຂອງກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບ ສະພາບການສະໜອງນໍ້າມັນ, ລາຄານໍ້າມັນ ຕິດພັນກັບລາຄາສິນຄ້າ-ຄ່າບໍລິການ ແລະ ມາດຕະການແກ້ໄຂ, ຮ່າງນະໂຍບາຍ ແລະ ມາດຕະການຄຸ້ມຄອງ ການນໍາເຂົ້າ-ແຈກຢາຍ ແລະ ລາຄານໍ້າມັນ ໂດຍໄດ້ລົງເລິກພິຈາລະນາຕໍ່ບາງບັນຫາສຳຄັນ ເປັນຕົ້ນ ກົນໄກ-ນະໂຍບາຍ ຕໍ່ການນຳເຂົ້ານໍ້າມັນເຊື້ອໄຟ ທີ່ວ່ອງໄວ ແລະ ຈາກຫຼາຍແຫຼ່ງ; ກົນໄກການຕິດຕາມກວດກາ ການຄຸ້ມຄອງຄັງແຮນໍ້າມັນ ແລະ ການແຈກຢາຍ ບໍລິການສັງຄົມ ທີ່ຮັດກຸມ-ຊັດເຈນ ແລະ ມີປະສິດທິຜົນສູງ; ການຄຸ້ມຄອງ-ບໍລິຫານນໍ້າມັນພາຍໃນປະເທດ ຮັບປະກັນໃຫ້ມີນຳໃຊ້ຕໍ່ເນື່ອງ-ທົ່ວເຖິງ; ນະໂຍບາຍທາງເລືອກ ເພື່ອທົດແທນການນຳໃຊ້ນໍ້າມັນເຊື້ອໄຟ ກໍ່ຄືການສົ່ງເສີມນໍາໃຊ້ລົດໄຟຟ້າ, ການຂະຫຍາຍຕາໜ່າງການບໍລິການລົດໄຟຟ້າ ໂດຍສານສາທາລະນະໃນຕົວເມືອງ-ເຂດຊຸມຊົນ; ການເພີ່ມທະວີເອົາໃຈໃສ່ ຕໍ່ວຽກງານໂຄສະນາເຜີຍແຜ່ ແລະ ປຸກສະດົມສັງຄົມ ໃຫ້ຮັບຮູ້-ເຂົ້າໃຈ ແລະ ມີສະຕິຕໍ່ຊາດ; ການກຳນົດນະໂຍບາຍຫຼຸດຜ່ອນຜົນກະທົບຕໍ່ ສັງຄົມ ແລະ ການປະຕິບັດແຜນພັດທະນາຕ່າງໆ; ການຄົ້ນຄວ້າປະກອບບຸກຄະລາກອນ ເຂົ້າໃນຄະນະສະເພາະກິດ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ; ມາດຕະການຕ່າງໆ ໃນການຮັບມື ແຕ່ລະໄລຍະ (ໄລຍະສັ້ນ-ໄລຍະຍາວ) ລວມທັງ ການເປັນເຈົ້າການ, ການມອບໝາຍຄວາມຮັບຜິດຊອບວຽກຕ່າງໆ ໃຫ້ບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ, ຊຶ່ງລາຍລະອຽດຂອງມາດຕະການບາງດ້ານ ລັດຖະບານ ຈະໄດ້ຄົ້ນຄວ້າອອກເປັນນິຕິກໍາສະເພາະ ເພື່ອໃຫ້ບັນດາກະຊວງ-ອົງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດໂດຍໄວ.
May be an image of text