ໃນວັນທີ 22 ມັງກອນ 2025 ນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາກ ແອນເດຣ ພລັອສ (Mr. Marc Andre Prost) ຜູ້ຕາງໜ້າອົງການອາຫານໂລກ (World Food Programme ຫຼື WFP) ປະຈໍາ ສປປ ລາວ ພ້ອມ ດ້ວຍຄະນະ.
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ, ພ້ອມທັງຂອບໃຈ ແລະ ຕີລາຄາສູງຕໍ່ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫຼືອ ຂອງອົງການອາຫານໂລກ ຢູ່ ສປປ ລາວ ກໍ່ຄື ກະຊວງກະສິກໍາ ແລະ ປ່າໄມ້. ຊຶ່ງທັງສອງຝ່າຍໄດ້ມີຄໍາເຫັນແລກປ່ຽນກັນກ່ຽວກັບບັນດາໂຄງການຕ່າງໆທີ່ທາງອົງການອາຫານໂລກ ໄດ້ໃຫ້ການສະໜັບສະໜູນກະຊວງກະສິກໍາ ແລະ ປ່າໄມ້ ເປັນຕົ້ນແມ່ນ: ໂຄງ ການກະສິກໍາເພື່ອໂພຊະນາການ, ໂຄງ ການຄໍ້າປະກັນສະບຽງອາຫານສໍາລັບຊາວສວນກາເຟ ພາຍໃຕ້ທຶນກັບໜ່ວຍງານເສີມສ້າງຄວາມເຂັ້ມແຂງດ້ານເສດຖະກິດ ປະເທດຢີ່ປຸ່ນ. ຊຶ່ງແຕ່ລະໂຄງ ການແມ່ນໄດ້ສະໜັບສະໜູນໃຫ້ແກ່ 4 ແຜນງານຫຼັກ ຂອງກະຊວງກະສິກໍາ ແລະ ປ່າໄມ້. ທາງອົງການອາຫານໂລກ ໄດ້ສະເໜີແຜນຕໍ່ໜ້າໃນການຮ່ວມມືກັນ ຊຶ່ງທາງອົງການອາ ຫານໂລກ ໄດ້ສະເໜີໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເຮັດເປັນແຜນລະອຽດໃນການຈັດຕັ້ງປະຕິບັດ ເພາະວ່າໃນປັດຈຸບັນ ທາງອົງການອາຫານໂລກ ມີໂຄງການອາຫານທ່ຽງສໍາລັບນັກຮຽນ. ສະນັ້ນ, ໃນການຊື້ອາຫານທ່ຽງນັ້ນ ທາງກະຊວງກະສິກໍາ ແລະ ປ່າໄມ້ ຄວນເປັນຜູ້ຜະລິດເພື່ອສະໜອງອາຫານໃນໂຮງຮຽນ ດ້ວຍຜະລິດຕະພັນຈາກທ້ອງຖິ່ນໃຫ້ກັບໂຄງການອາຫານທ່ຽງ ທີ່ເປັນການສະໜັບ ສະໜູນວຽກງານການຜະລິດກະສິກໍາເພື່ອໂພຊະນາການຂອງໂຮງຮຽນ ທີ່ສະໜັບສະໜູນໂດຍອົງການອາຫານໂລກ.
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ກໍ່ໄດ້ຮຽກຮ້ອງໃຫ້ອົງການອົງການອາຫານໂລກ ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບສະໜູນກະ ຊວງກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດ 4 ແຜນງານຫຼັກ ໃຫ້ບັນລຸຕາມແຜນການ ໂດຍສະເພາະ ແຜນງານຄໍ້າປະກັນດ້ານສະ ບຽງອາຫານ.
ທ່ານ ມາກ ແອນເດຣ ພລັອສ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຕົນເອງກໍ່ຄືອົງການອາ ຫານໂລກ ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໃຫ້ການສະໜັບສະໜູນກະ ຊວງກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ການບັນລຸແຜນພັດທະນາຂອງກະຊວງກະສິກໍາ ແລະ ປ່າໄມ້ ຢ່າງຕັ້ງໜ້າ.
Cr. MAF Media Team




