ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ

Mar 24, 2025

ໃນວັນທີ 22 ມີນາ 2025 ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມວ ບຣາໂລ (Mel Barlow) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ.
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານເອກອັກຄະລັດຖະທູດ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນອັນດີ ລະຫວ່າງ ລາວ ແລະ ອັງກິດ ຕະຫຼອດໄລຍະ 70 ປີ ຊຶ່ງໄດ້ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ; ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນອັງກິດ ທີ່ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະຂະແໜງການກະສິກໍາ ແລະ ປ່າໄມ້; ໄດ້ສະແດງຄວາມເຊື່ອໝັ້ນວ່າໃນໄລຍະທີ່ທ່ານທູດ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມມືກັນຢ່າງໃກ້ຊິດກັບຂະແໜງການກະສິກໍາ ແລະ ປ່າໄມ້ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນຮ່ວມມື ໃຫ້ເຕີບໃຫຍ່ຂະ ຫຍາຍຕົວຫຼາຍຂຶ້ນ. ພ້ອມນີ້, ທ່ານລັດຖະມົນຕີ ໄດ້ສະເໜີແລກປ່ຽນການຊ່ວຍເຫຼືອຈາກລັດຖະບານອັງກິດ ໂດຍຜ່ານທ່ານເອກອັກຄະລັດຖະທູດ ເພື່ອການພົວພັນຮ່ວມມືກັບສາກົນໃນການດຶງດູດການລົງທຶນ, ການຊ່ວຍເຫຼືອ ຊຶ່ງເປັນທ່າແຮງທີ່ສໍາຄັນໃນການບັນລຸເປົ້າໝາຍແຜນພັດທະນາກະສິກໍາ ແລະ ປ່າໄມ້ ຂອງກະຊວງກະສິກໍາ ແລະ ປ່າໄມ້ ເຊັ່ນ: ແຜນງານຄໍ້າປະກັນສະບຽງອາຫານ, ແຜນງານຜະລິດເປັນສິນຄ້າ, ແຜນງານຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ແຜນງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ.
ທ່ານ ນາງ ເມວ ບຣາໂລ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ປອ. ລິນຄໍາ ດວງສະຫວັນ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ທັງໃຫ້ຄໍາໝັ້ນສັນຍາວ່າຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ການພົວພັນຮ່ວມມື ລາວ-ອັງກິດ ກໍ່ຄືຊຸກຍູ້ການພົວພັນຮ່ວມມື, ການຊ່ວຍເຫຼືອກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຕໍ່ໜ້າ.