ໃນວັນທີ 27 ພະຈິກ 2024 ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍ ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ຫົວພັນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຢາມພົບປະ ທ່ານ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງໆຫົວພັນ, ການເຂົ້າພົບປະຄັ້ງນີ້ແມ່ນເພື່ອລາຍງານຈຸດປະສົງການລົງເຮັດວຽກຢູ່ແຂວງຫົວພັນໃນລະຫວ່າງວັນທີ 27-29 ພະຈິກ 2024 ນີ້, ການພົບປະດັ່ງກ່າວ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ມອບເງິນຈໍານວນ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບ) ເພື່ອຊ່ວຍເຫຼືອປະຊາຊົນຊາວແຂວງຫົວພັນທີ່ປະສົບໄພພິບັດໃນໄລຍະຜ່ານມາ, ການພົບປະຄັ້ງນີ້ ທ່ານຍັງໄດ້ລາຍກ່ຽວກັບແຜນການຊຸກຍູ້ ແລະ ວຽກງານຈຸດສຸມການຊຸກຍູ້ສົ່ງເສີມວຽກງານກະສິກໍາ ເປັນຕົ້ນການຈັດຕັ້ງປະຕິບັດ ບັນດາແຜນງານຫຼັກຂອງກະຊວງ, ການກໍານົດພືດຈຸດສຸມ (ກາເຟ, ຂີງ, ມັນຕົ້ນ) ແລະ ສັດຈໍານວນໜຶ່ງ ໃນການສົ່ງເສີມການຜະລິດເປັນສິນຄ້າ ຢູ່ແຂວງຫົວພັນ ລວມທັງການກໍານົດຂອບເຂດຈັດສັນພື້ນທີ່ການຜະລິດ ໃນໂອກາດດຽວກັນນີ້ຍັງໄດ້ເຊື້ອເຊີນ ທ່ານເຈົ້າແຂວງໆຫົວພັນເຂົ້າຮ່ວມພິທີມອບຮັບໂຄງການບູລະນະຖໍ້າກະສິກໍາ ທີ່ເມືອງວຽງໄຊ ທີ່ຈະຂຶ້ນໃນໄວໆນີ້ຕື່ມອີກ.
ຈາກນັ້ນ, ໃນເວລາຕໍ່ມາ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ຍັງໄດ້ລົງເຄື່ອນໄຫວເຮັດວຽກທີ່ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ ໂດຍການຕ້ອນຮັບຂອງ ທ່ານ ໄຈເພັດ ເຮືອງຖາວອນ ຫົວໜ້າພະແນກ, ໂດຍມີຄະນະພະແນກພ້ອມດ້ວຍພະນັກງານຫຼັກແຫຼ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນ, ການລົງເຮັດວຽກຄັ້ງນີ້ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ຫົວພັນ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ ດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດຢູ່ແຂວງຫົວພັນ, ເຊິ່ງໃນຕອນທ້າຍ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຕໍ່ຜົນສໍາເລັດທີ່ພະແນກກະສິກໍາ ແລະປ່າໄມ້ແຂວງຫົວພັນ ທີ່ສາມາດບັນລຸໄດ້ຫຼາຍດ້ານ ເປັນຕົ້ນ ການຜະລິດເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເປັນສິນຄ້າ, ການຄູ້ມຄອງປ່າໄມ້, ວຽກຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ວຽກງານປະເມີນຕາມມາດຕະຖານພົ້ນທຸກ ແລະ ການພັດທະນາ, ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ພ້ອມທັງໃນຕໍ່ໜ້າແມ່ນໃຫ້ໄດ້ເນັ້ນໃສ່ສືບຕໍ່ການຈັດຕັ້ງປະຕິບັດ 4 ແຜນງານຂອງຂະແໜງການ, ອັນສໍາຄັນແມ່ນການສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ການຜະລິດກະສິກໍາສະອາດ ປອດໄພ ເປັນມິດຕໍ່ສິ່ງແວດລ້ອມ ແລະ ຜະລິດເປັນສິນຄ້າເພື່ອສົ່ງອອກ ຮັບປະກັນການຄໍ້າປະກັນສະບຽງອາຫານພາຍໃນຢ່າງໜັກແໜ້ນ ເນື່ອງຈາກກະສິກໍາເປັນພື້ນຖານສໍາຄັນຂອງປະເທດເຮົາ ແລະ ປະຊາຊົນສ່ວນໃຫຍ່ແມ່ນອີງໃສ່ການກະສິກໍາ ເປັນອາຊີບຕົ້ນຕໍ ຕາມແນວທາງນະໂຍບາຍຂອງພັກ ໂດຍສະເພາະການຫັນປະເທດ ແລະ ລະບົບເສດຖະກິດຂອງພວກເຮົາ ຈາກລະບອບເສດຖະກິດທີ່ເຕັມໄປດ້ຍຄວາມເພິ່ງພາ ແລະ ເອື່ອຍອີງ ໃຫ້ກ້າວໄປສູ່ລະບອບ ເສດຖະກິດເປັນເຈົ້າຕົນເອງ. ໃນໂອກາດການລົງເຄື່ອນໄຫວຄັ້ງນີ້ ທ່ານຍັງໄດ້ມອບແນວພັນເຂົ້າ ຈໍານວນ 5 ໂຕນ ມູນຄ່າ 85,000,000 ກີບ (ແປດສິບຫ້າລ້ານກີບ) ໃຫ້ແກ່ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ ເພື່ອນໍາໄປຊຸກຍູ້ຊ່ວຍເຫຼືອ ປະຊາຊົນກໍ່ຄືຊາວກະສິກອນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ.






