ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນວັນຊາດລາວ ຄົບຮອບ 49 ປີ

Nov 29, 2024

ໃນຕອນເຊົ້າບ່າຍວັນທີ 29 ພະຈິກ 2024, ທີ່ ກະຊວງການ ຕ່າງປະເທດ ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະ ນະ ເຂົ້າອວຍພອນເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບ ຮອບ 49 ປີ ທີ່ຈະມາເຖິງນີ້.
ໃນໂອກາດນີ້, ສະຫາຍ ຫງວຽນ ມິງ ເຕີມ ໄດ້ຕາງໜ້າໃຫ້ຄະນະ ພັກ, ຄະນະນໍາ ແລະ ພະນັກງານສະຖານທູດ ຫວຽດນາມ ກໍຄື ຊາວຫວຽດນາມທີ່ອາໄສຢູ່ ສປປ ລາວ ອວຍພອນໄຊອັນປະ ເສີດມາຍັງ ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ຕະ ຫຼອດຮອດຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການ ຕ່າງປະເທດລາວທຸກຖ້ວນໜ້າ, ພ້ອມທັງຕີລາຄາສູງ ແລະ ສະ ແດງຄວາມຊົມເຊີຍ ຕໍ່ບັນດາໝາກຜົນທີ່ ສປປ ລາວ ສາມາດຍາດມາໄດ້ ໃນຕະຫຼອດໄລຍະ 49 ປີ ຜ່ານມາ, ໂດຍສະເພາະກໍ່ແມ່ນການເປັນເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມສຸດ ຍອດອາຊຽນຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ດ້ວຍຜົນສໍາເລັດອັນຈົບງາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ຄົນໃຫມ່.
ໃນຂະນະດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ຕາງໜ້າໃຫ້ແກ່ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງ ການຕ່າງປະເທດ ທັງຢູ່ພາຍໃນ ແລະ ກຳລັງປະຕິບັດໜ້າທີ່ ການ ທູດຢູ່ຕ່າງປະເທດ ສະແດງຄວາມຂອບໃຈຕໍ່ ສະຫາຍ ເອກອັກຄະ ລັດຖະທູດ ຫງວຽນ ມິງ ເຕີມ ພ້ອມດ້ວຍພະນັກງານ ຂອງສະ ຖານທູດຫວຽດນາມ ປະຈຳລາວ ທີ່ມາອວຍພອນວັນຊາດລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ໄປຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ຍາມໃດກໍຢູ່ຄຽງບ່າຄຽງໄຫລ່, ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການຕະຫຼອດມາ, ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົວພັນຮ່ວມມືພາຍໃຕ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະລະຫວ່າງສອງກະຊວງ ການຕ່າງປະເທດ ລາວ ແລະ ຫວຽດນາມ ກໍຄື ສອງສະຖານທູດ ແລະ ບັນດາກົງສຸນໃຫຍ່ ຂອງສອງປະເທດ ທີ່ໄດ້ຮ່ວມກັນປະ ກອບສ່ວນສໍາຄັນ ໃນການເປັນເສນາທິການ ໃຫ້ແກ່ການນຳຂອງ ພັກ ແລະ ລັດ, ທັງຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ສອງປະເທດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໄດ້ເຫັນດີເຫັນພ້ອມກັນທີ່ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດກົນໄກການຮ່ວມມື ແລະ ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະ ເທດ ກໍຄືບັນດາເອກະສານຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງປະສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ.