ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທູດປະເທດເພື່ອນມິດ

Dec 11, 2024

ຕອນບ່າຍຂອງວັນທີ 10 ທັນວາ 2024, ທີ່ ກະຊວງການ ຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອານນາ ເອັສເຕີ ບຽນທ໌ ວານເດັດສ (Enna Esther Viant Valdes), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປ ລາວ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ຍາວນານ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ. ກູບາ ບົນພື້ນຖານແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເຊິ່ງສະແດງອອກໃນການໄປມາຫາສູ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ, ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນຂົງເຂດຕ່າງໆ ແລະ ໃນໂອກາດສໍາຄັນຕ່າງໆ ກໍ່ໄດ້ມີການສົ່ງສານອວຍພອນເຖິງກັນ ແລະ ກັນ ຢ່າງເປັນປົກກະຕິ. ພິເສດ, ໃນປີ 2024 ນີ້ ສປປ ລາວ ແລະ ສ. ກູບາ ໄດ້ຮ່ວມກັນຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ (4 ພະຈິກ 1974 – 4 ພະຈິກ 2024) ຢ່າງເປັນຂະບວນຟົດຟື້ນ, ເຊິ່ງຖືເປັນປີທີ່ມີຄວາມໝາຍ ສໍາຄັນ ທັງຍັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ອານນາ ເອັສເຕີ ບຽນທ໌ ວານເດັດສ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳ ລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃຫມ່, ທັງຍັງສະແດງຄວາມຢືນຢັນທີ່ຈະສືບຕໍ່ເຮັດສຸດຄວາມສາມາດໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືກັບ ສປປ ລາວ ໃນຊຸມປີຕໍ່ໜ້າ, ໂດຍສະເພາະໃນດ້ານກະສິກໍາ, ການສຶກສາ-ກິລາ ແລະ ດ້ານອື່ນໆທີ່ສອງຝ່າຍມີທ່າແຮງ ແລະ ເຫັນວ່າມີຜົນປະໂຫຍດຮ່ວມກັນ.
ໃນວັນດຽວກັນນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມ ວິຫານ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອັບເດີຣາຮິມ ຣາຮາລີ (Abderranhim RAHHALY), ເອກອັກຄະຣາຊະທູດ ແຕ່ງຕັ້ງ ແຫ່ງ ຣາຊະອານາຈັກ ມາຣົກ ປະຈໍາ ສປປ ລາວ ທີ່ມີສໍານັກງານການທູດຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ, ຊຶ່ງຈຸດປະສົງຫຼັກຂອງການມາຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນເພື່ອສະແດງຄວາມຊົມເຊີຍຕໍ່ ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃຫມ່ ແລະ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ ໃນຊຸມປີຕໍ່ໜ້າ.
See Translation