ລັດຖະມົນຕີກະຊວງການຕ່າງປະເທດລາວ ພົບປະກັບ ລັດຖະມົນຕີກະຊວງຖະໜົນ ແລະ ຂົນສົ່ງ ມົງໂກລີ

ໃນຕອນບ່າຍຂອງວັນທີ 27 ມັງກອນ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເດລເກຣ໌ໄຊຄານ ບໍຣ໌ຄູ (Mr. Delgersaikhan Borkhuu), ລັດຖະມົນຕີກະຊວງຖະໜົນ ແລະ ຂົນສົ່ງ ແຫ່ງ ມົງໂກລີ, ໃນໂອກາດເດີນທາງມາ ເປັນປະທານຮ່ວມໃນກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄັ້ງທີ 12 ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງ ທ່ານ ເດລເກຣ໌ໄຊຄານ ບໍຣ໌ຄູ ແລະ ຄະນະ ຄັ້ງນີ້ ຈະປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະຫຼອດໄລຍະ 60 ປີ ທີ່ຜ່ານມາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງພັກ-ລັດ-ປະຊາຊົນມົງໂກລີ ໃນຕະຫຼອດໄລຍະຜ່ານມາ. ໃນຂະນະດຽວກັນ, ທ່ານ ເດລເກຣ໌ໄຊຄານ ບໍຣ໌ຄູ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງການຢ້ຽມຢາມ ສປປ ລາວ ຄັ້ງນີ້, ລວມເຖິງຜົນຂອງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄັ້ງທີ 12 ໃນເຊົ້າມື້ນີີ້.
ໃນການພົບປະ, ສອງຝ່າຍເຫັນດີເປັນເອກະພາບຕີລາຄາສູງ ແລະ ມີຄວາມປິຕິ ຍິນດີ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການພົວພັນອັນດີງາມ ຂອງສອງປະເທດຕະຫຼອດໄລຍະເວລາ 60 ປີຜ່ານມາ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະ ນາຢ່າງບໍ່ຢຸດຢັ້ງ, ເຊິ່ງສະແດງອອກໃນໄລຍະຜ່ານມາ ໄດ້ມີການແລກປ່ຽນການຢ້ຽມ ຢາມ ຢ່າງເປັນປົກກະຕິ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ພິເສດແມ່ນ ການເດີນ ທາງຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ຂອງ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ (H.E. Khurelsukh Ukhnaa), ປະທານາທິບໍດີ ແຫ່ງ ມົງໂກລີ ໃນເດືອນພະຈິກ 2023 ແລະ ການເດີນທາງຢ້ຽມຢາມລັດຖະກິດ ທີ່ ມົງໂກລີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເເຫ່ງ ສປປ ລາວ ໃນເດືອນມິຖຸນາ 2024 ຜ່ານມາ, ເຊິ່ງໃນໂອກາດການຢ້ຽມຢາມດັ່ງກ່າວສອງຝ່າຍໄດ້ລົງນາມເອກະສານຮ່ວມມືຫຼາຍສະບັບ ເພື່ອເປັນບ່ອນອີງໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະ ເທດໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າ. ຄຽງຄູ່ກັນນັ້ນ, ບັນດາໂຄງການຊ່ວຍເຫຼືອ-ຮ່ວມມືຂອງສອງປະເທດ ກໍໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຄວາມຄືບໜ້າ ເປັນກ້າວໆ ແລະ ໃນໂອກາດວັນສໍາຄັນຕ່າງໆຂອງທັງສອງຊາດ, ສອງຝ່າຍ ໄດ້ມີການແລກປ່ຽນສານອວຍພອນ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ.
ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໃນຕໍ່ໜ້າ, ໂດຍໄດ້ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ ໃຫ້ຫຼາຍຂຶ້ນ; ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເອກະສານທີ່ໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ຊຸກຍູ້ ແລະ ຂົນຂວາຍ ບັນດາວິສາຫະກິດຂອງມົງໂກລີ ທີ່ມີທ່າແຮງ ໂດຍສະເພາະແມ່ນໃນຂະເເໜງລ້ຽງສັດ ເຂົ້າມາລົງທຶນຢູ່ ສປປ ລາວ, ແນໃສ່ຍົກລະດັບເຕັກນິກການລ້ຽງ, ການປຸງແຕ່ງຜະລິດຕະພັນ ຈາກ ແກະ (ຊີ້ນ ແລະ ຂົນ); ຊຸກຍູ້ການຄ້າ ພືດກະສິກຳ ແລະ ຜະລິດຕະພັນສັດ ທີ່ສອງຝ່າຍມີທ່າແຮງ ໂດຍອີງໃສ່ທ່າແຮງດ້ານການຂົນສົ່ງ ແລະ ເຊື່ອມຈອດຜ່ານເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ໄປເຖິງມົງໂກລີ, ເຊິ່ງຈະເຮັດໃຫ້ການໄປມາຫາສູ່ ແລະ ແລກປ່ຽນສິນຄ້າຕ່າງໆ ມີຄວາມສະດວກຂຶ້ນ; ສືບຕໍ່ເລັ່ງລັດການປືກສາຫາລື ແລະ ສ້າງຕັ້ງກົນໄກການປະສານງານ ເພື່ອຈັດຕັ້ງຜັນຂະຫຍາຍການຕົກລົງເປັນເອກະພາບຂອງການນໍາຂັ້ນສູງກ່ຽວກັບການເຊື່ອມໂຍງ, ເຊື່ອມຈອດ, ການຂົນສົ່ງທາງບົກຜ່ານທາງລົດໄຟ ລາວ -ຈີນ, ລວມທັງການຈັດຕັ້ງປະຕິບັດສັນຍາຂົນສົ່ງທາງອາກາດທີ່ໄດ້ລົງນາມຮ່ວມກັນຜ່ານມາໃຫ້ເປັນຮູບປະທໍາໂດຍໄວ, ແນ່ໃສ່ການອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນ, ກໍຄື ການອໍານວຍຄວາມສະດວກ ແລະ ຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນຕໍ່ໜ້າ.




