ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດຕ່າງປະເທດ ປະຈໍາ ສປປ ລາວ

Jan 28, 2025

ລັດຖະມົນຕີກະຊວງການຕ່າງປະເທດ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດຕ່າງປະເທດ ປະຈໍາ ສປປ ລາວ
ໃນຕອນເຂົ້າຂອງວັນທີ 24 ມັງກອນ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຊບກິ ເມດິຊາດາ (Shovgi Mehdizada), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະ ລັດ ອາແຊັກໄບຊານ ປະຈໍາ ສປປ ລາວ, ຊຶ່ງມີສໍານັກງານການທູດຕັ້ງຢູ່ ນະຄອນ ຫຼວງຮ່າໂນ້ຍ, ສສ. ຫວຽດນາມ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນ ດີຕ້ອນຮັບ ທ່ານທູດ ໂຊບກິ ເມດິຊາດາ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງ ອາແຊັກໄບຊານ ໃນການເປັນເຈົ້າພາບຈັດກອງປະຊຸມບັນດາລັດພາຄີ ສົນທີສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 29 (COP29) ທີ່ ນະ ຄອນຫຼວງບາກູ, ສ. ອາແຊກໄບຊານ ໃນເດືອນພະຈິກ 2024 ຜ່ານມາ.
ຂະນະດຽວກັນ ທ່ານທູດ ໂຊບກິ ເມດິຊາດາ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້. ພ້ອມກັນນີ້, ສອງຝ່າຍໄດ້ ຕີລາຄາສູງການພົວພັນຮ່ວມມືຂອງສອງປະເທດ ລາວ-ອາແຊັກໄບຊານ ທີ່ມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ຊຶ່ງປີນີ້ກໍ່ແມ່ນປີທີ່ມີຄວາມໝາຍສໍາຄັນທີ່ສອງຝ່າຍຈະຮ່ວມກັນສະ ເຫຼີມສະຫຼອງ 30 ປີ (20 ພຶດສະພາ 1995 – 20 ພຶດສະພາ 2025) ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ, ສອງຝ່າຍໄດ້ມີການແລກການຢ້ຽມຢາມເຊິ່ງກັນ ແລະ ກັນ ກໍ່ຄືການພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຕ່າງໆ, ໂດຍສະເພາະແມ່ນການພົບປະລະຫວ່າງ ພະນະທ່ານ ປະທານປະເທດລາວ ແລະ ພະນະທ່ານ ປະທານາທິບໍ ດີ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ທີ່ ຣັດເຊຍ ໃນເດືອນຕຸລາ 2024 ຜ່ານມາ.
ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດໂດຍສະເພາະ ການແລກປ່ຽນການຢ້ຽມຢາມຂອງ ການນຳຂັ້ນສູງ ແລະ ການຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ອື່ນໆໃນຕໍ່ໜ້າ. ພ້ອມດຽວກັນກໍ່ມີການປຶກສາຫາລື ກ່ຽວກັບ ການພົບປະ ແລະ ການຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ສອງຝ່າຍ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ. ການພົບປະຄັ້ງນີ້ ແມ່ນເປັນການພົບປະຢ້ຽມຂໍ່ານັບ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານລັດຖະມົນຕີທີ່ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່.
ສອງຝ່າຍໄດ້ຖືໂອກາດຕີລາຄາການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ກໍຄື ການຍົກລະດັບການພົວພັນສອງຝ່າຍ ພາຍຫຼັງໄດ້ຍົກລະດັບການພົວພັນ ຂຶ້ນເປັນ ຄູ່ຮ່ວມມືແບບກວມລວມ ທີ່ສອງຝ່າຍໄດ້ຮ່ວມກັນຖະແຫຼງ ໃນໂອກາດ ທ່ານ Barack Obama, ປະທານາທິບໍດີ ສ.ອາເມຣິກາ ຢ້ຽມຢາມ ສປປ ລາວ ໃນປີ 2016 ຜ່ານມາ, ຊຶ່ງຖືເປັນພື້ນຖານສໍາຄັນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ເປັນຕົ້ນໃນຂະແໜງສາທາລະນະສຸກ, ການສຶກສາ, ການຄ້າ, ການລົງທຶນ, ການຈັດຕັ້ງປະຕິບັດດ້ານກົດໝາຍ ແລະ ຢາເສບຕິດ, ການຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມ ຢູ່ ສປປ ລາວ (MIA) ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ທູດ ໄດ້ສະແດງຄວາມຊົມເຊີຍການເປັນປະທານອາຊຽນ ຂອງ ສປປ ລາວໃນ ປີ 2024, ທ່ານ ລມຕ ກໍ່ໄດ້ສະແດງຄວາມຂອບໃຈການສະໜັບ ສະໜູນໃນການເປັນປະທານອາຊຽນ ຂອງ ສປປ ລາວ. ພ້ອມກັນນີ້, ສອງຝ່າຍເຫັນ ດີສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີການພັດທະນາຍິ່ງໆຂຶ້ນ.