ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮັບການເຂົ້າຢ້ຽມອໍາລາຂອງເອກອັກຄະລັດຖະທູດ ແຫ່ງ ສ. ຟິລິບປິນ ປະຈໍາ ສປປ ລາວ

Mar 7, 2025

ໃນຕອນບ່າຍຂອງວັນທີ 6 ມີນາ 2025, ທີ່ກະຊວງການ ຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ດີນາ ຈອຍ ອາມາຕົງ (Deena Joy D. Amatong), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານເອກອັກຄະລັດຖະ ທູດ ດີນາ ຈອຍ ອາມາຕົງ ທີ່ໄດ້ປະຕິບັດໜ້າທີ່ອັນມີກຽດຂອງຕົນ ດ້ວຍຜົນສໍາເລັດອັນຈົບງາມ ຕະຫຼອດໄລຍະເວລາ 3 ປີຜ່ານມາ (ນັບຕັ້ງແຕ່ເດືອນກຸມພາ 2022 ເປັນຕົ້ນມາ), ໂດຍສະ ເພາະແມ່ນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ສົ່ງເສີມສາຍພົວ ພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ຟິລິບປິນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ ລາວ ແລະ ຟີລິບປິນ ຢ່າງເປັນປົກກະຕິ, ລວມທັງການສະໜັບ ສະໜູນ ແລະ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືໃນຂອບການຮ່ວມມືອາ ຊຽນ ແລະ ຂອບການຮ່ວມມືອື່ນໆ. ພ້ອມນີ້, ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີຂອງສອງປະເທດ ຕະຫຼອດໄລຍະ 7 ທົດສະວັດຜ່ານມາ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ.
ພິເສດ, ໃນປີ 2025 ນີ້ ແມ່ນປີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ.ຟີລິບປິນ ຄົບຮອບ 70 ປີ (14/01/1955 – 14/01/2025), ຊຶ່ງສອງຝ່າຍຈະຈັດບັນດາກິດຈະກໍາສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຮ່ວມກັນຢ່າງມີເນື້ອໃນ ແລະ ມີຄວາມໝາຍຄວາມສໍາຄັນ ໂດຍສະເພາະການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ກໍຄືການເປັນປະທານຮ່ວມຂອງສອງລັດຖະ ມົນຕີຕ່າງປະເທດ ລາວ ແລະ ຟີລິບປິນ ໃນກອງປະຊຸມຄະນະກໍາມະທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບ ປິນ ຄັ້ງທີ 3 (JCBC-3) ໂດຍການເປັນເຈົ້າພາບຂອງຝ່າຍຟີລິບປິນ.
ພ້ອມດຽວກັນນັ້ນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມຂອບໃຈໄປຍັງລັດຖະບານຟິລິບປິນ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະ ການຮ່ວມມືຊ່ວຍເຫຼືອໃນຂະ ແໜງການພັດທະນາຊັບພະຍາກອນມະນຸດ, ລວມທັງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ.
ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ດີນາ ຈອຍ ອາມາຕົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ, ລວມທັງຂະແໜງການກ່ຽວຂ້ອງ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ, ລວມທັງການອໍານວຍຄວາມ ສະດວກທຸກປະການ ອັນໄດ້ເຮັດໃຫ້ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງຕົນໄດ້ປະສົບຜົນສໍາເລັດເປັນຢ່າງສູງ. ທ່ານເອກອັກຄະລັດຖະທູດ ດີນາ ຈອຍ ອາມາຕົງ ຍັງໄດ້ສະແດງຄວາມຊົມເຊີຍ ສປປ ລາວ ທີ່ໄດ້ປະສົບຜົນສໍາເລັດເປັນຢ່າງສູງໃນການເປັນປະທານອາຊຽນ 2024 ກໍຄືຜົນສໍາເລັດຂອງກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດປິ່ນອ້ອມທີ່ກ່ຽວຂ້ອງ ຢູ່ ສປປ ລາວ ໃນປີ 2024 ຜ່ານມາ. ໃນຕ້ອນທ້າຍ, ທ່ານເອກອັກຄະລັດຖະທູດ ດີນາ ຈອຍ ອາມາຕົງ ຍັງໄດ້ສະແດງຄວາມໝາຍໝັ້ນຂອງຕົນທີ່ຈະສືບຕໍ່ປະກອບສ່ວນໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສ. ຟິລິບປິນ ແລະ ສປປ ລາວ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ.