ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີ ໃໝ່ລາວ

Apr 10, 2025

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີ ໃໝ່ລາວ
ໃນວັນທີ 08 ເມສາ 2025, ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນເນື່ອງໃນໂອກາດປີໃໝ່ລາວ ພ.ສ 2568.
ໃນໂອກາດນີ້, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ມິງ ເຕິມ ໄດ້ຕາງໜ້າໃຫ້ຄະນະນໍາ ແລະ ພະນັກງານສະຖານທູດ ຫວຽດນາມ ປະຈໍາລາວ ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດປີໃໝ່ລາວ ພ.ສ 2568 ມາຍັງ ຄະນະພັກ-ຄະນະນໍາ ກໍຄື ພະນັກງານກະຊວງການຕ່າງປະເທດທຸກສະຫາຍ ຈົ່ງມາພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ ສປປ ລາວ ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ກໍຄື ຜົນສໍາເລັດຂອງການພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ.
ໃນຂະນະດຽວກັນ, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ, ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ຄໍາອວຍພອນອັນປະເສີດ ໃນໂອກາດອັນສະຫງ່າລາສີນີ້, ເຊິ່ງເປັນປະເພນີທີ່ສອງປະເທດ ເຄີຍປະຕິບັດກັນເປັນປະຈໍາ ແລະ ຍັງສະແດງໃຫ້ເຫັນເຖິງ ສາຍພົວພັນພິເສດອັນສະຫນິດສະຫນົມ ລະຫວ່າງສອງຊາດ ເວົ້າລວມ, ເວົ້າສະເພາະກໍຄື ຄວາມສາມັກຄີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ. ພ້ອມດຽວກັນນີ້, ສະຫາຍ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ມາໂດຍຕະຫຼອດ, ພ້ອມທັງໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດ ອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ແລະ ຜ່ານ ສະຫາຍ ໄປຍັງການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງທຸກສະຫາຍ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຈົ່ງໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.