ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ບູຊາພະທາດສີສອງຮັກທີ່ອໍາເພີດ່ານຊ້າຍ, ຈັງຫວັດເລີຍ, ຣາຊະອານາຈັກໄທໃນໂອກາດເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນລະຫວ່າງວັນທີ 21-23 ພຶດສະພາ 2025.ການຢ້ຽມໃນຄັ້ງນີ້ຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກອໍານາດການປົກຄອງຈັງຫວັດເລີຍ ນໍາໂດຍ ທ່ານ ໄຊພົດ ຈະຣູນພົງ, ຜູ້ວ່າຣາຊະການຈັງຫວັດ ພ້ອມດ້ວຍພັນລະຍາແລະ ຄະນະ ລວມເຖິງພໍ່ແມ່ປະຊາຊົນ ຈາກອໍາເພີດ່ານຊາຍຈໍານວນໜຶ່ງ.ໃນໂອກາດນີ້, ທ່ານລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຮັບຊົມການສະແດງສິນລະປະວັດທະນະທໍາ,ຮັບຟັງການລາຍງານຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງພະທາດ, ເຂົ້າຮ່ວມໃນພິທີໄຫວ້ພະທາດສີສອງຮັກ ເພື່ອຄວາມເປັນສິຣິມົງຄຸນ, ພ້ອມທັງປິດທອງພະພຸດທະຮູບ ແລະ ປູກຕົ້ນຈໍາປາ ເພື່ອເປັນສັນຍາລັກຂອງການຢ້ຽມຢາມໃນຄັ້ງນີ້.
ພະທາດສີສອງຮັກ ຖືກສ້າງຂຶ້ນໂດຍ ເຈົ້າໄຊຍະເສດຖາທິຣາດ, ໃນສະໄໝອານາຈັກລາວລ້ານຊ້າງ ຮ່ວມກັບ ພະເທິຍຣາຊາ, ໃນສະໄໝອານາຈັກອະຍຸດທະຍາ,ປີ ພສ 2103 (ຄສ 1560) ເພື່ອໃຫ້ເປັນສັນຍາແຫ່ງມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງສອງຊາດລາວ ແລະ ໄທ ໃນສະໄໝດັ່ງກ່າວ.ການຢ້ຽມຢາມພະທາດດັ່ງກ່າວ ແມ່ນເປັນກິດຈະກຳນື່ງໃນການຢ້ຽມຢາມທາງການຣາຊະອານາຈັກໄທຂ້າງເທິງ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ບູຮານນະການ ກໍຄືການເສີມຂະຫຍາຍ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃຫ້ເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງປະເທດ, ພ້ອມທັງເປັນການປະກອບສ່ວນເຂົ້າໃນການສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່ງລາວ ແລະ ໄທ.







